ກວດເບິ່ງດ່ວນ! ພົບແອັບ WhatsApp ປອມໃນ Play Store ມີຄົນໂຫຼດໄປແລ້ວ 1 ລ້ານເທື່ອ

ມີງານເຂົ້າກັນໄປບໍ່ໜ້ອຍເລີຍຫຼັງຈາກທີ່ໂລກໂຊຊຽວພົບວ່າມີແອັບ WhatsApp ປອມ ປະກົດຢູ່ເທິງ Play Store ເຊິ່ງກໍມີຜູ້ໃຊ້ຫຼົງກົນໄປດາວໂຫຼດມາກັນເຖິງຫຼັກລ້ານລາຍ ໂດຍຫຼ້າສຸດທາງ Google ກໍໄດ້ຈັດການລຶບແອັບປອມດັ່ງກ່າວອອກໄປແລ້ວ ພ້ອມກັບລົງໂທດແບນນັກພັດທະນາແອັບດັ່ງກ່າວຂໍ້ຫາຝ່າຝືນກົດຂອງ Google ອີກດ້ວຍ.
ສຳລັບແອັບດັ່ງກ່າວນັ້ນໃຊ້ຊື່ວ່າ ‘Update WhatsApp” ພ້ອມກັບໂລໂກ້ທີ່ຄືກັນກັບຂອງ WhatsApp ທຸກປະການ ໂດຍຕົວນັກພັດທະນາໃຊ້ຊ່ອງຫວ່າງໃນການຂຽນໂຄ້ດແບບ White Space ເພື່ອຫຼອກລະບົບຮັກສາຄວາມປອດໄພຂອງ Google ໃຫ້ສາມາດໃຊ້ໂລໂກ້ ລວມທັງຊື່ຜູ້ພັດທະນາຄືກັນກັບແອັບແທ້ໄດ້ ເຊິ່ງເປັນການຫາຊ່ອງທາງສ້າງລາຍໄດ້ຈາກການໂຄສະນາໃນແອັບປອມນີ້ອີກຕໍ່ໜຶ່ງ ພ້ອມທັງຍັງສາມາດດຶງຂໍ້ມູນຜູ້ໃຊ້ກວ່າລ້ານລາຍທີ່ຕິດຕັ້ງແອັບນີ້ອີກດ້ວຍ.
ທາງດ້ານຂອງ Nikolaos Chrysaidos ນັກວິໄຈດ້ານຄວາມປອດໄພຈາກ Avast ກໍໄດ້ເປີດເຜີຍວ່າ ວິທີນີ້ໄດ້ຮັບຄວາມນິຍົມຈາກນັກພັດທະນາສາຍມືດກັນຫຼາຍ ແລະ ກ່ອນໜ້ານີ້ກໍມີການເຮັດແອັບໂຊຊຽວປອມອອກມາຫຼາຍເທື່ອແລ້ວເຊັ່ນ: ແອັບ Facebook ປອມ ທີ່ປະກົດວ່າມີຜູ້ໃຊ້ພາດໄປດາວໂຫຼດກວ່າ 10 ລ້ານເທື່ອກັນເລີຍ.
ຂໍຂອບໃຈ
ຂໍ້ມູນ : Beartai