ວິທີກວດວ່າເຮົາໄດ້ເສຍຄ່າທາງປະຈຳປີແລ້ວ ຫຼື ຍັງ ຜ່ານແອັບໃນມືຖື

ຫຼັງຈາກທີ່ທາງທະນາຄານການຄ້າໄດ້ເລີ່ມເປີດໃຫ້ທົດລອງເສຍຄ່າທາງແລ້ວເມື່ອມື້ວານນີ້ (26 ຕຸລາ 2017) ກໍມີຫຼາຍຄົນໄດ້ທົດລອງເສຍຄ່າບໍລິການຜ່ານທາງແອັບ ເຊິ່ງກໍລົງຄວາມເຫັນກັນວ່າ ສະດວກສະບາຍຂຶ້ນກວ່າເມື່ອກ່ອນ. ແຕ່ວ່າ ກໍມີບາງຄົນທີ່ຍັງບໍ່ສາມາດເສຍຄ່າທາງຜ່ານແອັບໄດ້ ເພາະບໍ່ມີຂໍ້ມູນລົດໃນລະບົບ. ແຕ່ສຳລັບຜູ້ທີ່ເສຍຄ່າທຳນຽມທາງ ແລະ ໄດ້ຮັບໃບເສຍຄ່າທາງທີ່ເປັນສະຕິກເກີມາແລ້ວ ເພື່ອຄວາມໝັ້ນໃຈວ່າເຮົາໄດ້ເສຍຢ່າງຖືກຕ້ອງ ແລະ ໄດ້ຮັບການບັນທຶກໃນລະບົບເປັນທີ່ຮຽບຮ້ອຍ, ທາງທະນາຄານກໍຍັງໄດ້ອອກແອັບໃນມືຖືມາໃຫ້ໃຊ້ອີກເພື່ອກວດສອບວ່າ ຍານພາຫະນະຂອງເຮົາເສຍແລ້ວ ຫຼື ຍັງ.
ວີທິການກໍຄື ເຂົ້າໄປທີ່ຮ້ານຄ້າ Play Store ຖ້າວ່າໃຊ້ Android ຫຼື ໄປທີ່ຮ້ານຄ້າ App Store ຖ້າໃຊ້ iOS ຈາກນັ້ນພິມຄົ້ນຫາແອັບ Lao Road Tax ແລ້ວກົດຄົ້ນຫາ. ເມື່ອພົບແລ້ວກກໍໃຫ້ກົດຕິດຕັ້ງເລີຍ.
ເມື່ອຕິດຕັ້ງ ແລະ ເປີດແອັບຂຶ້ນມາ ກໍໃຫ້ກົດເຂົ້າລະບົບດ້ວຍບັນຊີ Google ຫຼື Facebook ແລ້ວແຕ່ຄວາມສະດວກ ຈາກນັ້ນແອັບກໍຈະຂໍຄຳອະນຸຍາດເພື່ອໃຊ້ກ້ອງ ກໍໃຫ້ກົດຍອມຮັບໄປ.
ຢູ່ໜ້າຫຼັກຂອງແອັບຈະມີ 2 ຕົວເລືອກໃຫ້ເລືອກໃຊ້ ຄື: ສະແກນບາໂຄດ ແລະ ຄົ້ນຫາຕາມເລກ serial number. ວິທີການໃຊ້ງານກໍຄືໃຫ້ສະແກນບາໂຄດທີ່ມີຢູ່ໃນໃບເສຍຄ່າທາງ ຫຼື ພິມເລກ serial number ໃສ່.
ຈາກນັ້ນ ກໍຈະມີໜ້າລາຍລະອຽດຂອງຍານພາຫະນະຂອງເຮົາຂຶ້ນມາ ເຊິ່ງຈະບອກເລກທະບຽນລົດ, ປີທີ່ເສຍຄ່າທຳນຽມທາງ, ຄວາມແຮງລົດ, ປະເພດລົດ, ຄ່າທຳນຽມທີ່ໄດ້ເສຍ ແລະ ວັນທີຊຳລະ.
ຂໍຂອບໃຈ
ຂໍ້ມູນ : muan.la