ສະຕາດອັບໃນນິວຢອກປະດິດແອັບທີ່ສາມາດກວດຈັບສິນຄ້າແບຣນເນມປອມ

ສິນຄ້າປອມແປງ ຄິດເປັນຈຳນວນ 2.5% ຂອງການຄ້າທົ່ວໂລກ ສະຕາດອັບໃນນະຄອນນິວຢອກຈຶ່ງຄິດຄົ້ນແອັບພູິເຄຊັນກວດຈັບສິນຄ້າແບຣນເນມປອມ ເພື່ອຊ່ວຍຜູ້ປະກອບການ ຈຳແນກສິນຄ້າແບຣນເນມແທ້ ແລະ ທຽມໄດ້.
ສິນຄ້າແບຣນເນມປອມ ເປັນບັນຫາທີ່ທົ່ວໂລກປະເຊີນ ແລະ ສ້າງຄວາມເສຍຫາຍໃຫ້ແກ່ຜູ້ຜະລິດສິນຄ້າແບຣນເນມຂອງແທ້ບໍ່ໜ້ອຍ. ທຸລະກິດສະຕາດອັບຈຶ່ງເກີດໄອເດຍ ກຳຈັດສິນຄ້າປອມໃຫ້ໝົດໄປ. ຂະນະດຽວກັນກໍສາມາດສ້າງເມັດເງິນຈາກຂະບວນການກຳຈັດຂອງປອມໄດ້.
ສະຕາດອັບເຈົ້ານີ້ແມ່ນ ເອັນທຣູພີ ( Entrupy ) ເຊິ່ງເປັນຜູ້ປະດິດກ້ອງຈຸນລະທັດຂະໜາດເທົ່າຝາມື ທີ່ເຮັດໃຫ້ຜູ້ໃຊ້ສາມາດກວດຈັບສິນຄ້າປອມໄດ້ງ່າຍໆຜ່ານສະມາດໂຟນ. ໂດຍປັດຈຸບັນ ກ້ອງຂະໜາດນ້ອຍນີ້ ສາມາດກວດຈັບສິນຄ້າປອມໄດ້ເຖິງ 11 ຍີ່ຫໍ້.
ແອັບພຼິເຄຊັນນີ້ໃຊ້ເຕັກໂນໂລຊີປັນຍາປະດິດ ກວດຈັບຂໍ້ມູນສິນຄ້າລອກແບບ ໂດຍທຽບກັບຂໍ້ມູນສິນຄ້າຮຸ່ນດຽວກັນທີ່ຖືກບັນທຶກໄວ້ແລ້ວ. ທີມງານບັນທຶກຂໍ້ມູນວັດສະດຸສິນຄ້າຢ່າງລະອຽດ ທີ່ໃຊ້ເວລາຮວບຮວມເຮັດເຖິງ 2 ປີ ຈົນລະບົບສາມາດກວດຈັບໄດ້ ແລະ ຈຳແນກໄດ້ລະຫວ່າງສິນຄ້າປອມ ແລະ ສິນຄ້າແທ້.
ວິທະຢຸດ ສິນີວສັນ ຜູ້ຮ່ວມກໍ່ຕັ້ງ Entrupy ລະບຸວ່າ ການກວດສອບຊັດເຈນເຖິງ 98.5% ແລະອັດຕາການກວດສອບຜິດພາດຢູ່ທີ່ 0.1% ເທົ່ານັ້ັນ.
ທຸລະກິດຂອງເອັນທຣູພີ ດຳເນີນມາໄດ້ 1 ປີ ແລະ ມີລູກຄ້າປະມານ 200 ຄົນ ໂດຍຄ່າໃຊ້ບໍລິການເລີ່ມຕົ້ນຢູ່ທີ່ 299 ໂດລາ ຫຼື ປະມານ 2 ລ້ານ 5 ແສນກີບ ແລະສາມາດເລືອກແພັກເກັດລາຍເດືອນໄດ້ ເລີ່ມຕົ້ນຈາກລາຄາ 99 ໂດລາ ຫຼື ປະມານ 8 ແສນກີບ ເປັນຕົ້ນໄປ.
ເອັນທຣູພີຫວັງວ່າ ຈະສາມາດຂະຫຍາຍທຸລະກິດ ຂະນະດຽວກັນກໍຊ່ວຍເຫຼືອຜູ້ປະກອບການຂາຍສິນຄ້າແບຣນເນມລາຍຍ່ອຍ ເຊິ່ງເປັນລູກຄ້າສ່ວນໃຫຍ່ຂອງບໍລິສັດໄດ້. ໂດຍຕາມຂໍ້ມູນຂອງ ອົງການເພື່ອຄວາມຮ່ວມມື ແລະ ການພັດທະນາທາງເສດຖະກິດ (OECD) ໃນປີທີ່ຜ່ານມາ ສິນຄ້າລອກແບບຄິດເປັນ 2.5% ຂອງການຄ້າທົ່ວໂລກ ແລະ ມີມູນຄ່າຫຼາຍເຖິງ 461 ຕື້ໂດລາ.
ຂໍຂອບໃຈ
ຂໍ້ມູນ : voicetv