ເບິ່ງດວງລາຍວັນ, ປະຈຳວັນທີ 31 ຕຸລາ 2016

ຄົນເກີດວັນອາທິດ
ການງານ ເລື່ອງວຽກງານໃນມື້ນີ້ຈະເກີດບັນຫາຢ່າງກະທັນຫັນ ແຕ່ກໍ່ຈະຜ່ານໄປໄດ້ດ້ວຍດີ
ການເງິນ ທ່ານຄວນມີເງິນສຳຮອງໄວ້ແນ່ເພາະມີເກນຈະໄດ້ໃຊ້ຈ່າຍຢ່າງບໍ່ຄາດຄິດ
ຄວາມຮັກ ສຳລັບຄົນທີ່ມີຄູ່ແລ້ວຈະເກີດຄວາມເຂົ້າໃຈຜິດກັນຍ້ອນການສື່ສານ ສ່ວນຄົນໂສດຍັງຕ້ອງໂສດຕໍ່ໄປ.
ຄົນເກີດວັນຈັນ
ການງານ ທ່ານຈະໄດ້ຮັບໂຄງການໃໝ່ເພື່ອເປັນການຕໍ່ຍອດວຽກງານທີ່ທ່ານກຳລັງຮັບຜິດຊອບຢູ່
ການເງິນ ເລື່ອງເງິນຍັງບໍ່ມີບັນຫາເພາະມີໃຫ້ໃຊ້ຈ່າຍຢ່າງບໍ່ຂາດມື
ຄວາມຮັກ ສຳລັບຄົນທີ່ມີຄູ່ເລີ່ມເບື່ອໜ່າຍເພາະມີທັດສະນະຄະຕິທີ່ແຕກຕ່າງກັນ ສ່ວນຄົນໂສດຕ້ອງໂສດຕໍ່ໄປແບບບໍ່ມີກຳນົດ.
ຄົນເກີດວັນອັງຄານ
ການງານ ທ່ານຄວນສ້າງມິດຕະພາບກັບເພື່ອນຮ່ວມງານໄວ້ຫຼາຍໆ ເພື່ອການເຮັດວຽກຂອງທ່ານຈະງ່າຍຂຶ້ນ
ການເງິນ ເງິນຈະຈ່າຍກ່ຽວກັບການສ້າງສັນທາງສັງຄົມຫຼາຍກວ່າໃຊ້ໃນສິ່ງທີ່ສຳຄັນ
ຄວາມຮັກ ສຳລັບຄົນທີ່ມີຄູ່ຄວາມສຳພັນຍັງໝັ້ນຄົງດີ ສ່ວນຄົນໂສດຈະສົມຫວັງໃນຄວາມຮັກກັບຄົນທີ່ທ່ານໝາຍປອງ.
ຄົນເກີດວັນພຸດ
ການງານ ສຳລັບຄົນທີ່ຄາດຫວັງເລື່ອງຄວາມສຳເລັດຍັງຕ້ອງລໍຖ້າເພາະສິ່ງທີ່ຫວັງຍັງບໍ່ມີເກນປະສົບຄວາມສຳເລັດ
ການເງິນ ໄລຍະນີ້ກຳລັງດີມີເກນໄດ້ຮັບເງິນກ້ອນໃຫ່ຍຈາກຄວາມອົດທົນ
ຄວາມຮັກ ສຳລັບຄົນທີ່ມີຄູ່ຍັງຮັກກັນດີ ສ່ວນຄົນໂສດຢາກມີຄວາມຮັກແຕ່ຍັງບໍ່ຄົນທີ່ຈິງໃຈ.
ຄົນເກີດວັນພະຫັດ
ການງານ ໄລຍະນີ້ມີເກນປະສົບຜົນສຳເລັດໃນສິ່ງທີ່ຕັ້ງໃຈມາດົນ ຄວນເຮັດບຸນຖວາຍສັງກະທານເພື່ອເສີມດວງຂື້ນໄປອີກ
ການເງິນ ຈະມີລາຍຈ່າຍຈຳເປັນທີ່ບໍ່ສາມາດຫຼີກລ່ຽງໄດ້
ຄວາມຮັກ ສຳລັບຄົນທີ່ມີຄູ່ມີເລື່ອງຕ້ອງຜິດໃຈກັນເປັນປະຈຳແຕ່ຍັງຮັກກັນດີ ສ່ວນຄົນໂສດມີເກນສົມຫວັງໃນຄວາມຮັກກັບຄົນທີ່ຄູ່ຄວນກັບທ່ານ.
ຄົນເກີດວັນສຸກ
ການງານ ວຽກຂອງທ່ານໂດດເດັນຫຼາຍໃນໄລຍະນີ້ ຈົນເຮັດໃຫ້ເກີດຄວາມອິດສາຈາກເພືຶ່ອນຮ່ວມງານ
ການເງິນ ມີເກນເງິນຂາດມືຢ່າງກະທັນຫັນ ຄວນລະວັງໃນການໃຊ້ຈ່າຍ
ຄວາມຮັກ ສຳລັບຄົນທີ່ມີຄູ່ຕ່າງຄົນຕ່າງເຮັດວຽກຫຼາຍຈົນລືມໃສ່ໃຈເຊີ່ງກັນແລະກັນ ສ່ວນຄົນໂສດເຮັດວຽກຫຼາຍຈົນລືມຄິດເລື່ອງຄວາມຮັກ.
ຄົນເກີດວັນເສົາ
ການງານ ວຽກງານມີໂອກາດກ້າວໜ້າໃນໜ້າທີ່ການງານເພາະມີຜູ່ໃຫ່ຍໃຫ້ຄວາມຊ່ວຍເຫຼືອທ່ານຢູ່
ການເງິນ ຫາກຄິດຈະລົງທຶນໃນມື້ນີ້ຈະໄດ້ຜົນຕອບແທນດີເກີນຄາດ
ຄວາມຮັກ ສຳລັບຄົນທີ່ີມີຄູ່ເລີ່ມຫ່າງເຫີນເພາະເຮັດວຽກຫຼາຍຈົນບໍ່ມີເວລາໃຫ້ກັນ ສ່ວນຄົນໂສດນຍັງຕ້ອງໂສດຕໍ່ໄປ.
ຂໍຂອບໃຈ
ຂໍ້ມູນ : www.laopost.com