ດວງລາຍວັນປະຈໍາວັນສຸກ ທີ 22 ກັນຍາ 2017 ຕາມແຕ່ລະວັນເກີດ

ວັນອາທິດ
ການງານ ການຕັດສິນໃຈຂອງທ່ານເຕັມໄປດ້ວຍຄວາມຫມັ້ນໃຈ ແລະສ້າງສັນໃນເລື່ອງການສ້າງທຸລະກິດຈະໃຫ້ເກີດຄວາມກ້າວໜ້າ
ການເງິນ ມີໂຊກຈະໄດ້ເງິນ ຫລືບໍລິວານຈະນຳໂຊກດີມາສູ່ທ່ານ
ຄວາມຮັກ ທ່ານເປັນຜູ້ທີ່ມີສະເນ່ ແຕ່ກໍຮູ້ສຶກວ່າຢາກຈະມີຄວາມເປັນອິດສະຫລະຫລາຍກວ່າ ຄ່ອຍໆ ເລືອກ ຄ່ອຍໆເບິ່ງຄ່ອຍໆ ຕັດສິນໃຈຈະດີທີ່ສຸດ
ເຄື່ອງມຸງຄຸນ ທອງຄໍາ
ສີມຸງຄຸນ ສີຟ້າອ່ອນ
ເລກນຳໂຊກ 6
ວັນຈັນ
ການງານ ອຸປະສັກທີ່ຈະຕ້ອງພົບໃນຊ່ວງນີ້ ເຮັດໃຫ້ມີຄວາມລ່າຊ້າໃນເລື່ອງທຸລະກິດການງານ ແຕ່ກໍຈະໂຊກດີດ້ານຜູ້ໃຫຍ່ທີ່ຈະໃຫ້ການຊ່ວຍເຫລືອທ່ານ
ການເງິນ ຍັງຢູ່ໃນສະພາວະຊົງຕົວ ແລະຍັງບໍລິຫານຈັດການໄດ້ຢ່າງຕໍ່ເນື່ອງໃນຊ່ວງນີ້
ຄວາມຮັກ ຈະໄດ້ຮັບຮູ້ຂ່າວຄາວກ່ຽວກັບເລື່ອງຄວາມຮັກ ຫລືໃຜບາງຄົນຈະມາບອກຮັກທ່ານໃນມື້ນີ້ກໍເປັນໄປໄດ້ ຄວາມສຳພັນຖືກພັດທະນາຢູ່ໃນເກນທີ່ດີ
ເຄື່ອງມຸງຄຸນ ຫີນນໍາໂຊກສີແດງ
ສີມຸງຄຸນ ສີຂຽວ
ເລກນຳໂຊກ 5
ວັນອັງຄານ
ການງານ ເກີດອຸປະສັກ ເຮັດໃຫ້ເກີດຄວາມຊ້າ ຕ້ອງມີຄວາມລະອຽດຮອບຄອບຫລາຍໆ ໃນເລື່ອງຂອງການເຮັດວຽກງານ
ການເງິນ ມີໂຊກຈະໄດ້ເງິນຈາກຜູ້ໃຫຍ່ໃນມື້ນີ້ ໂຊກດີຈະໄດ້ເງິນເຂົ້າມາເຮັດໃຫ້ດີໃຈຂຶ້ນມາໄດ້ດ້ວຍ
ຄວາມຮັກ ຍັງບໍ່ລົງຕົວດ້ານຄວາມສຳພັນດ້ານຄວາມຮັກ ໃນຊ່ວງນີ້ຕ້ອງພະຍາຍາມປະຄັບປະຄອງຄວາມສຳພັນກັນໄປກ່ອນ
ເຄື່ອງມຸງຄຸນ ເພັດ
ສີມຸງຄຸນ ສີສົ້ມ
ເລກນຳໂຊກ 9
ວັນພຸດ
ການງານ ວາງແຜນກ່ຽວກັບເລື່ອງການເຮັດວຽກງານໄດ້ຢ່າງເປັນໂຊກໃນຊ່ວງນີ້ ສິ່ງທີ່ຕ້ອງລະວັງຄືການບໍລິຫານຈັດການຄົນ ຫລືບໍລິວານຕ້ອງມີຄວາມໃຈເຢັນ ແລະມີຫຼັກການ
ການເງິນ ລະມັດລະວັງໃນການໃຊ້ຈ່າຍ ການໃຊ້ເງິນໃນຊ່ວງນີ້ ຕ້ອງມີຄວາມສຸຂຸມຮອບຄອບຈຶ່ງຈະດີ
ຄວາມຮັກ ເລື່ອງຄວາມຮັກຄ່ອງຂ້າງໄປແນວທາງທີດີ ຈະມີຄົນເຂົ້າມາເຮັດໃຫ້ທ່ານຮູ້ສຶກຮັກ ຖ້າທ່ານຮູ້ສຶກມີອາການຫຶງຫວງຫຼາຍເກີນໄປສະແດງວ່າທ່ານຕົກຫຼົງຮັກລາວແລ້ວ
ເຄື່ອງມຸງຄຸນ ເງິນ
ສີມຸງຄຸນ ສີທອງ
ເລກນຳໂຊກ 1
ວັນພະຫັດ
ການງານ ໃຜທີຖ້າຕຳແໜ່ງຢູ່ ມີໂອກາດໄດ້ຮັບຂ່າວດີ ທຸລະກິດການງານທີ່ເໝາະສົມກັບທ່ານທີ່ເກີດໃນມື້ນີ້ຄື ງານທີ່ຕ້ອງໃຊ້ພາສາໃນການຕິດຕໍ່ເຈລະຈາ ການສື່ສານ
ການເງິນ ຊ່ວງນີ້ລາຍຮັບລາຍຈ່າຍບໍ່ສົມດຸນ ມີເລື່ອງທີ່ຕ້ອງຈ່າຍຢູ່ຕະຫຼອດຈຶ່ງຄວນວາງແຜນ
ຄວາມຮັກ ຍັງເບິ່ງໆ ຢູ່ຫລາຍກວ່າ ທ່ານເປັນຜູ້ທີ່ມີສະເນ່ ແຕ່ກໍຍັງບໍ່ໄດ້ໃຫ້ຄວາມສຳຄັນກັບໃຜເປັນພິເສດເພາະທ່ານຈະເປັນຄົນທີບໍ່ຄ່ອຍສົນໃຈໃນເລື່ອງຄວາມຮັກປານໃດ
ເຄື່ອງມຸງຄຸນ ໄຂ່ມຸກ
ສີມຸງຄຸນ ສີຂາວ
ເລກນຳໂຊກ 6
ວັນສຸກ
ການງານ ເຮັດວຽກດ້ານຄວາມລະອຽດຮອບຄອບ ແລະ ກ້າຕັດສິນໃຈຈະກໍ່ໃຫ້ເກີດໂຊກ ແລະຄວາມສຳເລັດທີ່ດີ
ການເງິນ ມີໂຊກຈະໄດ້ເງິນເຂົ້າມາຢ່າງຕໍ່ເນື່ອງ ແຕ່ກໍມີເລື່ອງທີ່ຕ້ອງຈ່າຍອອກໄປ ແຕ່ກໍຈະໝຸນຫາໃຊ້ຈ່າຍໃຫ້ຜ່ານພົ້ນໄປໄດ້
ຄວາມຮັກ ທ່ານເປັນຜູ້ທີ່ມີສະເນ່ ຈຶ່ງມີຄົນຍາກຈະເຂົ້າມາເຮັດຄວາມຮູ້ຈັກ ແຕ່ພວກທ່ານກໍຍັງບໍ່ຄ່ອຍມີຄວາມຈິງໃຈ
ເຄື່ອງມຸງຄຸນ ເພັດສີຂາວ
ສີມຸງຄຸນ ສີແດງ
ເລກນຳໂຊກ 5
ວັນເສົາ
ການງານ ຈະເຮັດສິ່ງໃດໃນຊ່ວງນີ້ມີແຕ່ຄວາມສຳເລັດ ມີໂອກາດໄດ້ເລື່ອນຂັ້ນ ເລື່ອນຕຳແໜ່ງ ຫລືສົ່ງຜົນກຳໄລທີ່ດີ ຖ້າກຳລັງສຶກສາຢູ່ກໍຈະປະສົບຄວາມສຳເລັດທີ່ດີເຊັ່ນກັນ
ການເງິນ ຊ່ວງນີ້ມີແຕ່ເລື່ອງຈ່າຍອອກໄປ ບໍ່ສາມາດຄວບຄຸມລາຍຈ່າຍໄດ້ດີພໍ
ຄວາມຮັກ ຖ້າຈະໄດ້ພົບໃຜໃນຊ່ວງນີ້ ທ່ານເປັນຄົນເກັ່ງ ມີຄວາມສາມາດ ໃຈຮ້ອນ ທ່ານຈະມີສ່ວນຊ່ວຍເຫຼືອໃນຫຼາຍໆ ເລື່ອງນັບຈາກນີ້
ເຄື່ອງມຸງຄຸນ ເງິນ
ສີມຸງຄຸນ ເພັດສີຂຽວ
ເລກນຳໂຊກ 9