ເປັນຫຍັງຈຶ່ງຄວນໃຊ້ອິນເຕີເນັດໄຟເບີໃນບ້ານ ແລ້ວເລືອກເຈົ້າໃດຄຸ້ມສຸດໃນປັດຈຸບັນ?

ກັບມາພົບກັນອີກແລ້ວ ກັບ ມ່ວນ ເຕັກໂນໂລຊີ ເຊິ່ງໃນເທື່ອນີ້ເຮົາຈະມາເວົ້າເລື່ອງຂອງອິນເຕີເນັດແບບໃຊ້ສາຍກັນ. ສຳລັບອິນເຕີເນັດແບບໃຊ້ສາຍໃນບ້ານເຮົາກໍມີຫຼາຍແບບໃຫ້ໃຊ້ງານ ເປັນຕົ້ນກໍແມ່ນ ADSL ແລະ Optical Fiber ຫຼື ທີ່ຫຼາຍໆເຈົ້າໃນລາວໃຊ້ຊື່ວ່າ FTTH (Fiber to the Home)ໃນການເຮັດໂຄສະນາ.
FTTH ຫຼື ອິນເຕີເນັດຜ່ານສາຍໄຍແກ້ວນຳແສງ ຫຼື ອິນເຕີເນັດໄຟເບີ ເປັນເຕັກໂນໂລຊີການສົ່ງຂໍ້ມູນຄວາມໄວສູງທີ່ໄວກວ່າ ADSL ທີ່ເປັນເຕັກໂນໂລຊີເກົ່າທີ່ສົ່ງຂໍ້ມູນຜ່ານສາຍໂທລະສັບແບບທອງແດງ ຫຼາຍທົບ ໂດຍໃນລາວມີການໃຫ້ບໍລິການອິນເຕີເນັດຜ່ານສາຍໄຍແກ້ວດ້ວຍຄວາມໄວສູງເຖິງ 100 Mbps.
ແຕ່ວ່າສຳລັບຜູ້ໃຊ້ທົ່ວໄປແລ້ວ ຄວາມໄວຂອງ FTTH ລະດັບ 3 Mbps ກໍຖືວ່າ ພຽງພໍແລ້ວສຳລັບການໃຊ້ງານທົ່ວໄປ ບໍ່ວ່າຈະເປັນການເບິ່ງວິດີໂອອອນລາຍ, ການຟັງເພງ ຫຼື ໃຊ້ບໍລິການອອນລາຍຕ່າງໆເຊັ່ນ Facebook ເປັນຕົ້ນ ໂດຍຈະສາມາດໃຊ້ໄດ້ຢ່າງລ່ຽນໄຫຼໄຮ້ອາການກະຕຸກ. ຈຸດດີອີກຢ່າງກໍຄື ສາມາດໃຊ້ງານໄດ້ແບບບໍ່ຈຳກັດ ແລະ ບໍ່ຫຼຸດຄວາມໄວລົງ.
ຍົກຕົວຢ່າງເຊັ່ນ: ຖ້າຢູ່ເຮືອນນຳກັນ 4 ຄົນ (ທີ່ຈິງຫຼາຍກວ່ານີ້ກໍໄດ້) ແລ້ວໃຊ້ແພັກເກັດ 3 Mbps ຂອງບີລາຍ ລາຄາ 297,000 ກີບຕໍ່ເດືອນ ກໍຈະຕົກຢູ່ທີ່ ຄົນລະ 74,250 ກີບຕໍ່ເດືອນ. ແພັກເກັດນີ້ເປັນແພັກເກັດທີ່ລາຄາຖືກທີ່ສຸດຖ້າທຽບໃສ່ເຈົ້າອື່ນໆ.
ຖ້າທຽບກັບໃຊ້ອິນເຕີເນັດໃນມືຖືແບບບໍ່ຈຳກັດເຊິ່ງລາຄາຢູ່ທີ່ເດືອນລະປະມານ 150,000 – 200,000 ກີບຕໍ່ຄົນ ກໍຈະຕົກຢູ່ທີ່ເດືອນລະ 600,000 – 800,000 ກີບ (ສຳລັບ 4 ຄົນ ທີ່ໃຊ້ຄົນລະເບີ) ແຖມເມື່ອໃຊ້ຄົບປະລິມານທີ່ກຳນົດ ຄວາມໄວກໍຈະຫຼຸດລົງໄປຕໍ່າກວ່າ 512 Kbps ອີກ. ແບບນີ້ອິນເຕີເນັດໄຟເບີດີກວ່າເຫັນໆ.
ຍັງບໍ່ພໍ ຖ້າເວົ້າໃນແງ່ຂອງການດາວໂຫຼດຂໍ້ມູນ ເຮົາສາມາດດາວໂຫຼດເພງ ຫຼື ຮູບເງົາໄວ້ຟັງ ຫຼື ເບິ່ງຍາມທີ່ບໍ່ໄດ້ເຊື່ອມຕໍ່ອິນເຕີເນັດ ຫຼື ອັບເດດແອັບຕ່າງໆໄດ້ແບບບໍ່ຕ້ອງກັງວົນວ່າຈະເປືອງເນັດມືຖື ຖືກໃຈສາຍດາວໂຫຼດສຸດໆເລີຍລະ.
ເວົ້າມາແລ້ວ ມ່ວນ ກໍຈະໄປຕິດຕໍ່ເອົາເນັດໄຟເບີເຂົ້າບ້ານກ່ອນ ໄດ້ຍິນວ່າລາຄາຂອງບີລາຍທີ່ຢູ່ຂ້າງເທິງນັ້ນ ແມ່ນເປັນໂປຣໂມຊັນຈົນຮອດວັນທີ 31 ກັນຍາ ນີ້ເດີ້ ລາຄາເລີ່ມຕົ້ນ 99,000 ກີບ ຕໍ່ 1 Mbps ຖືກກວ່າທຸກເຈົ້າ ແຖມຕິດຕັ້ງໃຫ້ໄວອີກ. ຕິດຕໍ່ເພິ່ນໄດ້ເລີຍຖ້າຫາກວ່າສົນໃຈ.
ເອົາລະ ມາຮອດນີ້ກໍຄົງຈະຮູ້ກັນແລ້ວວ່າ ອິນເຕີເນັດໄຟເບີມັນຄຸ້ມຄ່າແບບນີ້ເອງ. ແລ້ວພົບກັນໃໝ່ກັບສິ່ງດີໆແບບນີ້ໃນໂອກາດໜ້າ.