iOS 11 ມາແລ້ວ! 5 ສິ່ງທີ່ຄວນຮູ້ ແລະ ຕ້ອງເຮັດກ່ອນອັບເດດເປັນເວີຊັນຫຼ້າສຸດນີ້

ຫຼາຍຄົນຄົງຈະຕັ້ງຕາລໍຄອຍຖ້າການມາຂອງ iOS11 ຢູ່ແນ່ນອນເພາະໄດ້ປ່ອຍອອກມາແລ້ວໃນວັນທີ 19 ກັນຍານີ້ເອງ. ແຕ່ຖ້າທຽບເປັນເວລາປະເທດລາວຈະກົງກັບວັນທີ 20 ກັນຍາ (ມື້ນີ້). ລະຫວ່າງລໍຖ້ານັ້ນ ທີມງານ Sanook! Hitech ກໍມີ 5 ຂໍ້ທີ່ຕ້ອງຮູ້ ແລະ ຄວນເຮັດກ່ອນອັບເດດລະບົບປະຕິບັດການໃໝ່ນີ້.
ສາກແບັດເຕີຣີ່ໃຫ້ພຽງພໍກ່ອນຈະອັບເດດ
ເນື່ອງຈາການອັບເດດລະບົບປະຕິບັດການມືຖືຄວນຈະມີປະລິມານແບັດເຕີຣີເກີນ 50% ຂຶ້ນໄປ ເພື່ອໃຫ້ເຄື່ອງບໍ່ດັບລະຫວ່າງການອັບເດດ. ແຕ່ຖ້າມີການອັບເດດແທ້ໆ ຖ້າສາກແບັດໃຫ້ເຕັມໄດ້ຈະດີກວ່າ.
ການເຊື່ອມຕໍ່ອິນເຕີເນັດຕ້ອງພ້ອມ
ປົກກະຕິການອັບເດດລະບົບປະຕິບັດການ ໂດຍສະເພາະ iOS ນັ້ນ ຈະຕ້ອງເຊື່ອມຕໍ່ກັບ WiFi ເພື່ອຄວາມສະຖຽນ. ແຕ່ວ່າຖ້າບາງຄົນບໍ່ສະດວກ ສາມາດໃຊ້ມືຖືເຄື່ອງອື່ນກະຈາຍແລ້ວໂຫຼດໄດ້ເຊັ່ນກັນ. ແຕ່ກໍຈະເສຍຈຳນວນດາຕາເດີ້.
ຈັດການຂໍ້ມູນທີ່ເກີນຄວາມຈຳເປັນ
ຄວາມຈຳຂອງເຄື່ອງເປັນອີກສິ່ງໜຶ່ງທີ່ຈະເຮັດໃຫ້ລະບົບປະຕິບັດການອັບເດດບໍ່ໄດ້ຫາກມີພື້ນທີ່ໜ້ອຍເກີນໄປ. ຄວນຈະຈັດການໃຫ້ມີພື້ນທີ່ເພີ່ມຂຶ້ນ ເຊັ່ນ: ຍ້າຍຮູບໄປເກັບເທິງ Cloud ຫຼື ຄອມພິວເຕີ, ລຶບແອັບທີ່ບໍ່ໄດ້ໃຊ້ ຫຼື ຈະເປັນການລຶບຂໍ້ຄວາມອອກ ກໍຊ່ວຍໄດ້ເຊັ່ນກັນ.
ບໍ່ຄວນຫຼິ້ນ/ໃຊ້ງານເຄື່ອງລະຫວ່າງໂຫຼດຟາຍອັບເດດ
ເພາະລະຫວ່າງການຫຼິ້ນເກມຢູ່ນັ້ນ ຈະເຮັດໃຫ້ພະລັງງານຂອງເຄື່ອງຫຼຸດລົງ ແລະ ເກີດການໃຊ້ງານພື້ນທີ່ຈົນເຮັດໃຫ້ການດາວໂຫຼດຢຸດໄປ ເຊິ່ງອາດຈະສົ່ງຜົນເສຍເຮັດໃຫ້ການອັບເດດລະບົບປະຕິບັດການບໍ່ສົມບູນ.
ຣີດສະຕາດເຄື່ອງກ່ອນດາວໂຫຼດຟາຍອັບເດດ
ເນື່ອງຈາກເຄື່ອງຂອງທ່ານອາດຈະມີການເປີດແອັບຄ້າງໄວ້ຢູ່ຫຼາຍຕົວກໍອາດຈະໜ່ວງເຄື່ອງ ເຮັດໃຫ້ການອັບເດດນັ້ນເຮັດໄດ້ບໍ່ວ່ອງໄວພໍ. ການທີ່ຣີສະຕາດເຄື່ອງນັ້ນຖືວ່າເປັນອີກສິ່ງທີ່ໜ້າສົນໃຈ ແລະ ຄວນເຮັດຢ່າງຍິ່ງເລີຍ.
ວິທີການນັ້ນເຮັດໄດ້ງ່າຍໆ ພຽງແຕ່ກົດປຸ່ມປິດເຄື່ອງຄ້າງໄວ້ແລ້ວສະໄລປິດ ຈາກນັ້ນກົດເປີດເຄື່ອງໃໝ່.
5 ຂໍ້ນີ້ຫາກປະຕິບັດຕາມແລ້ວຈະເຮັດໃຫ້ການອັບເດດລະບົບປະຕິບັດການເທິງມືຖືບໍ່ຕິດຂັດ ແຖມຫຼຸດບັນຫາເລື່ອງຄວາມຈຳເຕັມບໍ່ສາມາດດາວໂຫຼດຂໍ້ມູນໄດ້ອີກດ້ວຍ.
ແຕ່ຄຳແນະນຳແທ້ໆແລ້ວ ສຳລັບ iOS11 ຖ້າບໍ່ຮີບຮ້ອນກໍຄ່ອຍໆອັບເດດໄປຈະດີກວ່າ ເພາະວັນທຳອິດຄົນຈະໂຫຼດຫຼາຍນ້ອຍໜຶ່ງ.
ຂໍຂອບໃຈ
ຂໍ້ມູນ : Sanook!