Apple ປະກາດຫຼຸດລາຄາ iPhone ຮຸ່ນເກົ່າທຸກຮຸ່ນບໍ່ຕ້ອງຖ້າເງິນເດືອນອອກກໍ່ຊື້ໄດ້

ຈາກການເປີດຕົວ iPhone X (ໄອໂຟນເທັນ) ລາຄາກະຊາກໃຈ ປະມານ 8,2 ລ້ານກວ່າກີບ ຫຼື 33.000 ບາດ ພ້ອມ iPhone8 ແລະ iPhone8 Plus ເປັນທີ່ຮຽບຮ້ອຍແລ້ວ ແຕ່ Apple ກໍ່ຍັງຂາຍ iPhone ຮຸ່ນເກົ່າອີກຫຼາຍຮຸ່ນແຖມປັບລາຄາລົງໝົດທຸກຮຸ່ນເລີຍອີກດ້ວຍ
ເຊິ່ງໃນທີ່ນີ້ ເພື່ອໃຫ້ລາຄາບໍ່ຄາດເຄື່ອນຫຼາຍເຮົາຈະຂໍຄິດໄລ່ເປັນເງິນບາດ (ສະກຸນເງິນປະເທດໄທ) ເພາະເຮົາອີງຕາມເວັບໄຊ໊ຂອງໄທ ອີກຢ່າງເພື່ອຄວາມບໍ່ສັບສົນ ແລະ ເບິ່ງງ່າຍສຳລັບທຽບຮ້ານຄ້າທົ່ວໄປ
- iPhone SE
iPhone SE 32GB ຫຼຸດລາຄາຈາກ16.800 ບາດ ເຫຼືອ 14.500 ບາດ (ຫຼຸດໄປ 2.000) iPhone SE 128GB ຫຼຸດລາຄາຈາກ 20.800 ບາດ ເຫຼືອ 18.500 ບາດ (ຫຼຸດໄປ 2.000 ບາດ)
- iPhone 6s
iPhone 6s 32GB ຫຼຸດລາຄາຈາກ 22.500 ບາດ ເຫຼືອ 18.500 ບາດ (ຫຼຸດໄປ 4.000 ບາດ) iPhone 6s 128GB ຫຼຸດລາຄາຈາກ 26.500 ເຫຼືອ 22.500 ບາດ (ຫຼຸດໄປ 4.000 ບາດ)
- iPhone 6s Plus
iPhone 6s Plus 32GB ຫຼຸດລາຄາຈາກ 26.500 ເຫຼືອ 22.500 ບາດ (ຫຼຸດໄປ 4.000 ບາດ) iPhone 7 128GB ຫຼຸດລາຄາຈາກ 30.500 ເຫຼືອ 26.500 ບາດ (ຫຼຸດໄປ 4.000 ບາດ)
- iPhone 7
iPhone 7 32GB ຫຼຸດລາຄາຈາກ 26.500 ເຫຼືອ 22.500 ບາດ (ຫຼຸດໄປ 4.000 ບາດ) iPhone 7 128GB ຫຼຸດລາຄາຈາກ 30.500 ເຫຼືອ 26.500 ບາດ (ຫຼຸດໄປ 4.000 ບາດ)
- iPhone 7 Plus
iPhone 7 Plus 32GB ຫຼຸດລາຄາຈາກ 32.500 ເຫຼືອ 27.500 ບາດ (ຫຼຸດໄປ 4.000 ບາດ) iPhone 7 Plus 128 ຫຼຸດລາຄາຈາກ 35.500 ເຫຼືອ 31.500 ບາດ (ຫຼຸດໄປ 4.000 ບາດ)
ໃນສ່ວນຂອງ iPhone 7 ແລະ iPhone 7 Plus ຍັງຄົງສື Jet Black ໃຫ້ເລືອກຊື້ຄືເກົ່າ ພຽງແຕ່ຕັດຮຸ່ນຄວາມຈຸ 256GB ອອກໄປເທົ່ານັ້ນ ໃຜທີ່ສົນໃຈສາມາດສັ່ງໄດ້ເລີຍຈາກ Apple Online Store ປະເທດໄທ
ຂໍຂອບໃຈ
ຂໍ້ມູນ : noozup.news