ເບິ່ງດວງລາຍວັນ, ປະຈຳວັນທີ 28 ຕຸລາ 2016

ຄົນເກີດວັນອາທິດ
ການງານ ວຽກງານໃນມື້ນີ້ມີແຕ່ສິ່ງດີໆເຂົ້າມາ ຄົນທີ່ຖ້າເລື່ອນຂັ້ນຕຳແໜ່ງກໍ່ຈະໄດ້ເລື່ອນຂັ້ນເລື່ອນຕຳແໜ່ງດັ່ງໃຈໝາຍ
ການເງິນ ເລື່ອງເງິນດີເພາະໄລຍະນີ້ມີເງິນເຂົ້າມາຫຼາຍ
ຄວາມຮັກ ຄົນມີຄູ່ແລ້ວຄວາມສຳພັນດີຫຼາຍ ສ່ວນຄົນໂສດກຳລັງຈະໄດ້ສະຫຼະໂສດໄວໆນີ້.
ຄົນເກີດວັນຈັນ
ການງານ ວຽກງານມີເກນໄດ້ຮັບຜິດຊອບວຽກທີ່ທ່າທາຍຄວາມສາມາດຂອງທ່ານ
ການເງິນ ໄລຍະນີ້ມີເກນໄດ້ໂຊກລາບຈາກຄວາມສາມາດຂອງທ່ານເອງບໍ່ກ່ຽວກັບດວງ
ຄວາມຮັກ ຄົນມີຄູ່ແລ້ວໃຫ້ລະວັງຈະຜິດຖຽງກັນເພາະເລື່ອງບໍ່ເປັນເລື່ອງ ສ່ວນຄົນໂສດຍັງຕ້ອງໂສດຕໍ່ໄປ.
ຄົນເກີດວັນອັງຄານ
ການງານ ທ່ານຈະໄດ້ເຮັດວຽກທີ່ຍາກຂຶ້ນ ແຕ່ຖ້າທ່ານເຮັດສຳເລັດທ່ານຈະມີອະນາຄົດທີດີ
ການເງິນ ບໍ່ມີບັນຫາຮ້ອນໃຈ ມີເກັບເກັບທ້ອນ
ຄວາມຮັກ ຄົນມີຄູ່ແລ້ວເລີ່ມບໍ່ໝັ້ນໃຈໃນຮັກເທື່ອນີ້ ສ່ວນຄົນໂສດຍັງຕ້ອງໂສດຕໍ່ໄປ.
ຄົນເກີດວັນພຸດ
ການງານ ໄລຍະນີ້ຄວນລະວັງການເຮັດວຽກໃຫ້ດີ
ການເງິນ ລາຍຈ່າຍ ຫຼາຍກວ່າລາຍຮັບຄວນວາງແຜນການໃຊ້ເງິນໃຫ້ດີ
ຄວາມຮັກ ຄົນມີຄູ່ຈະກັບມາຮັກກັນອີກເທື່ອເພາະຜິດໃຈກັນມມາດົນ ສ່ວນຄົນໂສດຍັງຕ້ອງໂສດຕໍ່ໄປ.
ຄົນເກີດວັນພະຫັດ
ການງານ ໄລຍະນີ້ຄວນລະວັງຕົນເອງໃຫ້ດີ ເພາະມີຄູ່ແຂ່ງຈັບຕາເບິ່ງທ່ານຢູ່
ການເງິນ ມີເງິນເຂົ້າມາ ຫາກທ່ານວາງແຜນການເງິນດີໆທ່ານຈະກາຍເປັນເສດຖີໃນມື້ໜ້າ
ຄວາມຮັກ ຄົນມີຄູ່ຕ່າງຄົນຕ່າງເຮັດວຽກສ້າງຖານະຄອບຄົວ ສ່ວນຄົນໂສດຍັງບໍ່ພົບໃນຮັກແທ້.
ຄົນເກີດວັນສຸກ
ການງານ ໃນມື້ນີ້ທ່ານຈົ່ງລະວັງເລື່ອງການອອກຄວາມຄິດເຫັນ ເພາະອາດຈະເຮັດໃຫ້ຄົນໃກ້ຊິດເຂົ້າໃຈຜິດ
ການເງິນ ຕົນເພິ່ງຕົນ ສິຫວັງເພິ່ງໃຜເລື່ອງເງິນແມ່ນບໍ່ມີ
ຄວາມຮັກ ຄົນທີ່ມີຄູ່ຍັງເປັນກຳລັງໃຈໃຫ້ກັນດີ ສ່ວນຄົນໂສດຍັງໂສດຕໍ່ໄປ.
ຄົນເກີດວັນເສົາ
ການງານ ໃນມື້ນີ້ວຽກທີ່ທ່ານຮັບຜິດຊອບຢູ່ກຳລັງຈະສຳເລັດໄປໄດ້ດ້ວຍດີ
ການເງິນ ບັນຫາການເງິນກຳລັງຈະດີຂຶ້ນໃນໄວໆນີ້
ຄວາມຮັກ ຄົນທີ່ມີຄູ່ຍັງຮັກ ແລະ ເບິ່ງແຍງກັນດີ ສ່ວນຄົນໂສດຊ່ວງນີ້ຈະພົບແຕ່ຄົນຫຼອກລວງ.
ຂໍຂອບໃຈ
ຂໍ້ມູນ : www.laopost.com