ນັກບູຮານຄະດີພົບດາບໄວກິ້ງໃນປະເທດນໍເວ ເຊື່ອວ່າມີອາຍຸກວ່າພັນປີ

ວານນີ້ (15 ກັນຍາ) ຜູ້ສື່ຂ່າວລາຍງານວ່າ ລາສ ໂຮນເຈີ ພິໂລ ນັກບູຮານຄະດີຊາວນໍເວເປີດເຜີຍວ່າ ມີການຄົ້ນພົບດາບບູຮານເປັນດາບເຫຼັກຍາວເກືອບ 1 ແມັດ ຍັງຄົງຢູ່ໃນສະພາບດີເຖິງແມ່ນວ່າຈະເປັນຂີ້ໝ້ຽງ ເຊື່ອງຢູ່ໃຕ້ກອງຫິນ ໂດຍດ້ານຄົມໂຜ່ອອກມາ. ເຊື່ອວ່າເຈົ້າຂອງດາບອາດເສຍຊີວິດໃນກອງຫິມະ ທ່າມກາງສະພາບອາກາດໜາວເທິງພູ.
ນັກບູຮານຄະດີເຊື່ອວ່າ ດາບເຫຼັ້ມນີ້ເປັນດາບຍຸກໄວກິ້ງ ຢູ່ໃນຊ່ວງລະຫວ່າງປີ ຄ.ສ. 850-950 ພົບທີ່ເມືອງເລສຈາ ຢູ່ຫ່າງຈາກທາງເຫນືອຂອງນະຄອນອອສໂລ 275 ກິໂລແມັດ. ສ່ວນສະພາບຂອງດາບຍັງດີຢູ່ນັ້ນຄາດວ່າເປັນ ເພາະຄຸນນະພາບຂອງເຫຼັກທີ່ນຳມາຕີເປັນດາບ ປະກອບກັບສະພາບອາກາດທີ່ເຢັນ ແລະ ແຫ້ງ ເຮັດໃຫ້ຍັງຄົງມີສະພາບທີ່ດີຢູ່. ໂດຍດາບເຫຼັ້ມນີ້ຖືກພົບເມື່ອປາຍເດືອນ ສິງຫາ ທີ່ຜ່ານມາ ໂດຍນາຍພານສອງຄົນ ຂະນະທີ່ກຳລັງອອກລ່າກວາງເຣນເດຍ ເທິງພູພຽງເໜືອລະດັບນ້ຳທະເລ 1,640 ແມັດ.
ຂໍຂອບໃຈ
ຂໍ້ມູນ : Workpoint