ຖິ້ມຫ່າງບໍ່ເຫັນຝຸ່ນ iPhone X ໄດ້ຮັບຄະແນນທົດສອບນຳໜ້າສະມາດໂຟນຝັ່ງແອນດຣອຍທຸກຮຸ່ນ

ເປີດຕັວກັນໄປແລ້ວເມື່ອຄືນວັນອັງຄານທີ່ຜ່ານມາ ເຊິ່ງກໍເຮັດໃຫ້ເຮົາໄດ້ເຫັນຄວາມປ່ຽນແປງຫຼາຍຢ່າງສຳລັບ iPhone X (ອ່ານວ່າ ໄອໂຟນເທັນ) ຈົນເຮັດໃຫ້ກະເປົ໋າເງິນໃນມືຂອງໃຜຫຼາຍຄົນສັ່ນໄຫວ. ຫຼ້າສຸດມີຂໍ້ມູນຜົນທົດສອບຊີພີຢູຈາກເວັບໄຊ Geekbench ຫຼຸດອອກມາ ລະບຸຊັດເຈນວ່າ iPhone X ພາຍໃຕ້ຊີພີຢູໃໝ່ Apple A11 Bionic ທີ່ມາພ້ອມໜ່ວຍປະມວນຜົນ 6 ແກນ (Hexa-Core) ນັ້ນ ເຮັດຄະແນນຖິ້ມຫ່າງສະມາດໂຟນທຸກລຸ້ນໃນຕະຫຼາດແບບຄົນລະຊັ້ນເລີຍ.
ທັງນີ້ ຄະແນນທີ່ປະກົດເທິງເວັບໄຊ Geekbench ນັ້ນ ລະບຸວ່າຊິບເຊັດ Apple A11 Bionic ສາມາດເຮັດຄະແນນແບບ Single-Core ໄປໄດ້ເຖິງ 4,601 ຄະແນນ ແລະ ໄດ້ຄະແນນສ່ວນຂອງ Multi-Core ເຖິງ 9,959 ຄະແນນ. ກາຍເປັນຊິບເຊັດທີ່ໄວທີ່ສຸດໃນຕະຫຼາດສະມາດໂຟນໃນເວລານີ້. ທຽບເທົ່າກັບຄະແນນທົດສອບທີ່ MacBook ເຮັດໄດ້ເລີຍ ໂດຍຄາດວ່າ ຄະແນນດັ່ງກ່າວເປັນຄະແນນທົດສອບຂອງ iPhone X ແລະ iPhone 8 Plus.
ໃນຂະນະດຽວກັນ ເມື່ອປຽບທຽບກັບສະມາດໂຟນຮຸ່ນທັອບຂອງທາງຝັ່ງແອນດຣອຍນັ້ນ ຈະເຫັນໄດ້ວ່າ Samsung Galaxy S8 ແລະ Note8 ເຊິ່ງໃຊ້ຊິບເຊັດ Exynos 8895 ນັ້ນ ສາມາດເຮັດຄະແນນທົດສອບໄດ້ຢູ່ທີ່ 2,000 ສຳລັບ Single Core ແລະ 6,800 ໃນສ່ວນຂອງ Multi-Core ເຊິ່ງຖືວ່າເປັນຜູ້ນຳລາຍໃຫຍ່ຂອງຜູ້ຜະລິດຝັ່ງແອນດຣອຍໃນການປັບປຸງປະສິດທິພາບຂອງຊິບເຊັດປະມວນຜົນໃຫ້ດີກວ່າເກົ່າ.
ຂໍຂອບໃຈ
ຂໍ້ມູນ : Beartai