ເບິ່ງດວງລາຍວັນ, ປະຈຳວັນທີ 27 ຕຸລາ 2016

ຄົນເກີດວັນອາທິດ
ການງານ ທ່ານອາດເກີດບັນຫາຂຶ້ນ ເຖິງວ່າຈະບໍ່ເປັນບັນຫາໃຫ່ຍແຕ່ກໍ່ອາດເຮັດໃຫ້ທ່ານຮູ້ສຶກລຳຄານໃຈໄດ້
ການເງິນ ຫາກຕອນນີ້ທ່ານຄິດຈະລົງທຶນກໍ່ຈະມີລາຍຮັບທີ່ດີໃນອະນາຄົດ
ຄວາມຮັກ ສຳລັບຄົນທີ່ມີຄູ່ຄອງແລ້ວຈະມີຄວາມສຳພັນດີຫຼາຍ ສ່ວນຄົນໂສດຢາກມີຄວາມຮັກແຕ່ຍັງບໍ່ມີໃຜເຂົ້າມາໃນຊ່ວງນີ້.
ຄົນເກີດວັນຈັນ
ການງານ ວຽກທີ່ທ່ານກຳລັງຮັບຜິດຊອບໃນຕອນນີ້ຈະສົ່ງຜົນໃຫ້ທ່ານປະສົບຜົນສຳເລັດໃນອະນາຄົດ
ການເງິນ ມີເກນໄດ້ໂຊກລາບຈາກຄວາມມານະອົດທົນຂອງທ່ານເອງລ້ວນໆ ບໍ່ກ່ຽວກັບການສ່ຽງໂຊກ
ຄວາມຮັກ ສຳລັບຄົນທີ່ມີຄູ່ຄອງແລ້ວຈະມີຂ່າວດີຂຶ້ນໃນໄວໆນີ້ ສ່ວນຄົນໂສດມີເກນຈະມີຄົນເຂົ້າມາເຮັດດີນຳແຕ່ຫວັງຜົນປະໂຫຍດ ຂໍໃຫ້ທ່ານຈົ່ງລະວັງ.
ຄົນເກີດວັນອັງຄານ
ການງານ ຈະມີບັນຫາເຂົ້າມາພ້ອມກັນຈົນທ່ານເລີ່ມທໍ້ໃຈ ຄວນເຮັດບຸນຖວາຍສັງກະທານເພື່ອແກ້ເຄັດເຮັດໃຫ້ບັນຫາທຸກຢ່າງເບົາບາງລົງ
ການເງິນ ເລີ່ມຕິດຂັດເພາະມີລາຍຈ່າຍຫຼາຍຂຶ້ນ ແຕ່ມີລາຍຮັບເທົ່າເກົ່າ ຫຼື ລາຍຮັບໜ້ອຍລົງ
ຄວາມຮັກ ສຳລັບຄົນທີ່ມີຄູ່ແລ້ວຕ່າງຄົນຕ່າງເປັນກຳລັງໃຈໃຫ້ກັນ ສ່ວນຄົນໂສດຖ້າຫາກທ່ານປ່ອຍຮັກເທື່ອນີ້ໃຫ້ຫຼຸດມືໄປທ່ານຈະຕ້ອງຄອງໂສດໄປອີກດົນ.
ຄົນເກີດວັນພຸດ
ການງານ ສິ່ງທີ່ທ່ານປາດຖະໜາຈະຕ້ອງແລກມາດ້ວຍຄວາມພະຍາຍາມຂອງທ່ານເອງ
ການເງິນ ເລື່ອງເງິນດີເພາະໄດ້ເງິນກ້ອນຈາກການເຮັດທຸລະກິດຫຼືຂາຍຊັບສິນ
ຄວາມຮັກ ສຳລັບຄົນທີ່ມີຄູ່ຄອງແລ້ວຈະເຮັດໃຫ້ຄົນຮັກຊ້ຳໃຈໂດຍບໍ່ຮູ້ໂຕ ສ່ວນຄົນໂສດມີເກນພົບຮັກທີ່ລໍຖ້າມາດົນ.
ຄົນເກີດວັນພະຫັດ
ການງານ ໃນຊ່ວງນີ້ຈະບໍ່ມີຄວາມສຸກໃນການເຮັດວຽກ ເພາະຕ້ອງຖືກກົດດັນຈາກຫຼາຍຝ່າຍ
ການເງິນ ດີມີລາຍໄດ້ເຂົ້າມາຫຼາຍ
ຄວາມຮັກ ສຳລັບຄົນທີ່ມີຄູ່ເກີດບັນຫາຈາກຄວາມບໍ່ເຂົ້າໃຈກັນ ສ່ວນຄົນໂສດມີຄົນເຂົ້າມາໃຫ້ທ່ານເລືອກຫຼາຍເປັນພິເສດໃນຊ່ວງນີ້.
ຄົນເກີດວັນສຸກ
ການງານ ຄົນທີ່ເຮັດວຽກປະຈຳມີເກນໄດ້ເລື່ອນຊັ້ນເລື່ອນຕຳແໜ່ງ ຄວນເຮັດບຸນຖວາຍຫຼອດໄຟເພື່ອເສີມດວງຂຶ້ນໄປອີກ
ການເງິນ ເລີ່ມດີຂຶ້ນແລ້ວຈະມີລາຍຮັບເຂົ້າມາຈາກທຸລະກິດໃໝ່ໆ ຫຼື ວຽກເສີມ
ຄວາມຮັກ ສຳລັບຄົນທີ່ມີຄູ່ຈະເຂົ້າໃຈຜິດກັນຍ້ອນຄຳເວົ້າ ສ່ວນຄົນໂສດຈະໄດ້ພົບຮັກໃໝ່ຈາກການອອກງານທາງສັງຄົມ.
ຄົນເກີດວັນເສົາ
ການງານ ໃນມື້ນີ້ທ່ານຈະມີເລື່ອງໃຫ້ຄິດຈນບໍ່ມີສະມາທິໃນການເຮັດວຽກ
ການເງິນ ເລື່ອງເງິນດີຂຶ້ນ ຍ້ອນມີລາຍຮັບເພີ່ມຂຶ້ນຈາກຫຼາຍທາງ
ຄວາມຮັກ ສຳລັບຄົນທີ່ມີຄູ່ແລ້ວເລີ່ມເຂົ້າໃຈກັນຫຼາຍຂຶ້ນ ສ່ວນຄົນໂສດຍັງຕ້ອງໂສດຕໍ່ໄປເພາະເລືອກຫຼາຍ.
ຂໍຂອບໃຈ
ຂໍ້ມູນ : www.laopost.com