ເປີດໂຕ iPhone 8 & 8 Plus: ມີຫຍັງປ່ຽນແປງໃໝ່? ລາຄາເທົ່າໃດ ແລະ ວາງຂາຍມື້ໃດ?

ຕາມທີ່ຄາດກັນກໍຄື iPhone 8 ແລະ iPhone 8 Plus ກໍມາຕາມນັດ ແຕ່ວ່າການອອກແບບຕົວເຄື່ອງຍັງບໍ່ມີຫຍັງປ່ຽນແປງຫຼາຍ ມີແຕ່ປ່ຽນໃຊ້ຕົວເຄື່ອງທີ່ເປັນແກ້ວ ທັງດ້ານໜ້າ ແລະ ດ້ານຫຼັງ ເພື່ອໃຫ້ຮອງຮັບການສາກໄຮ້ສາຍ. ນອກນັ້ນກໍມີການເປີດສີໃໝ່ເພື່ອເອົາໃຈສາວໆ.
ໂດຍທັງສອງລຸ້ນມີຄວາມແຕກຕ່າງກັນບ່ອນວ່າ iPhone 8 ຈະໃຊ້ກ້ອງດ່ຽວ ສ່ວນ iPhone 8 Plus ໃຊ້ກ້ອງຄູ່ເຊິ່ງລາຍລະອຽດມີດັ່ງນີ້:
iPhone 8:
- ກ້ອງຫຼັງ 12 ລ້ານພິກເຊວ
- ໃຊ້ເຊັນເຊີແບບໃໝ່
- ຟິວເຕີສີໃໝ່
- ລະບົບກັນສັ່ນ OIS
iPhone 8 Plus:
- ກ້ອງຄູ່ 12 ລ້ານພິກເຊວ
- ຖ່າຍພາບໃນສະພາບແສງໜ້ອຍໄດ້ດີຂຶ້ນ
- ອອກແບບມາໃຫ້ໃຊ້ຖ່າຍພາບ AR ໄດ້
- ເຊັນເຊີ gyro ແລະ accelerometer
- ລະບົບກວດຈັບການເຄື່ອນໄຫວ ເຮັດໃຫ້ຖ່າຍພາບອອກມາໄດ້ດີຂຶ້ນກວ່າເກົ່າ
ສະຫຼຸບແບບສັ້ນໆວ່າ ໜ້າຕາທຸກຢ່າງຍັງຄືເກົ່າ ແຕ່ປ່ຽນໃຊ້ CPU ໃໝ່ ເຮັດໃຫ້ເຮັດວຽກໄວຂຶ້ນ, ຮອງຮັບການໃຊ້ງານສາກໄຟແບບໄຮ້ສາຍຕາມມາດຕະຖານ Qi ພ້ອມທັງຮອງຮັບ Bluetooth 5.0.
ໂດຍ iPhone 8 ວາງຂາຍໃນຂະໜາດຄວາມຈຳ 32GB, 128GB ແລະ 256GB ລາຄາເລີ່ມຕົ້ນ 699 ໂດລາ ແລະ iPhone 8 Plus ວາງຂາຍສອງຂະໜາດເຊັ່ນກັນຄື 64GB ແລະ 256GB ລາຄາເລີ່ມຕົ້ນ 799 ໂດລາ. ເປີດຈອງໃນສະຫະລັດວັນທີ 15 ກັນຍາ ວາງຂາຍວັນທີ 22 ກັນຍານີ້.
ຂໍຂອບໃຈ
ຂໍ້ມູນ : apple.com , Mobiletalk.tv