ມາແລ້ວ iPhone X ສຸດຍອດສະມາດໂຟນຈາກແອັບເປິນ ຮອງຮັບການສະແກນໃບໜ້າ, ບໍ່ມີປຸ່ມໂຮມ ແລະ ສາກໄຮ້ສາຍ

ເປີດໂຕໄປເປັນທີ່ຮຽບຮ້ອຍແລ້ວກັບສະມາດໂຟນຮຸ່ນໃໝ່ຈາກ ແອັບເປິນ (Apple) ໂດຍໃນຮຸ່ນນີ້ມີຊື່ເອີ້ນວ່າ iPhone X ເຊິ່ງອ່ານວ່າ ໄອໂຟນ ເທັນ. ຮຸ່ນນີ້ມີການປ່ຽນແປງຫຼາຍທີ່ສຸດເທົ່າທີ່ມີມາ ບໍ່ວ່າຈະເປັນໜ້າຈໍທີ່ຕິດຂອບ, ບໍ່ມີປຸ່ມໂຮມ ແລະ ຟີເຈີເດັ່ນແມ່ນ Face ID ຫຼື ການສະແກນໃບໜ້າເພື່ອປົດລັອກເຄື່ອງ ແລະ ຢືນຢັນຕົວຕົນ.
ຕົວເຄື່ອງໃຊ້ແກ້ວທີ່ມີຄວາມທົນທາງທັງດ້ານໜ້າ ແລະ ດ້ານຫຼັງ ພ້ອມໃຊ້ສະແຕນເລດຄຸນນະພາບດຽວກັບທີ່ໃຊ້ເຮັດເຄື່ອງມືສັນຍະກຳ ແລະ ກັນນໍ້າ-ກັນຝຸນນຳອີກ.
ໃນສ່ວນຂອງໜ້າຈໍ ແອັບເປິນໄດ້ອອກແບບໃໝ່ທັງໝົດ ໂດຍໃຊ້ໜ້າຈໍແບບ OLED ທີ່ມີຊື່ຮ້ອງແບບສະເພາະໂຕວ່າ Super Ratina Display ຄວາມລະອຽດ 2436 x 1125 ຂະໜາດ 5.8 ນິ້ວ ເຊິ່ງມີຂໍ້ດີທຢູ່ບ່ອນວ່າ ໃຫ້ແສງທີ່ດີ, ບາງລົງ, ຄວາມລະອຽດສູງ, ຮອງຮັບການສະແດງຜົນແບບ HDR Display ເຮັດໃຫ້ສີສົດ ສົມຈິງຍິ່ງຂຶ້ນ.
ເນື່ອງຈາກມີການຕັດປຸ່ມໂຮມ (Home) ອອກ ແອັບເປິນຈຶ່ງໄດ້ພັດທະນາວິທີການຄວບຄຸມແບບໃໝ່ຂຶ້ນມານັ້ນກໍຄື: ຖ້າຕ້ອງການກັບໜ້າຫຼັກກໍພຽງແຕ່ປັດຈາກຂອບຈໍລຸ່ມຂຶ້ນໄປເທິງ, ຕ້ອງການສະຫຼັບແອັບກໍພຽງແຕ່ແຕະຂອງຈໍດ້ານລຸ່ມຄ້າງແລ້ວເລື່ອນຂຶ້ນ, ຖ້າຕ້ອງການໃຊ້ Siri ກໍຕ້ອງໄດ້ກົດປຸ່ມເປີດ-ປິດເຄື່ອງຄ້າງໄວ້ ແຖມມີການຍ້າຍໄມໂຄຣໂຟນໄປຢູ່ດ້ານເທິງ.
ທີ່ຮຸ້ສຶກວ່າຈະເປັນສິ່ງທີ່ ວ້າວ ທີ່ສຸດໃນ iPhone X ກໍຄົງຈະເປັນ Face ID ລະບົບຈື່ຈຳແບບໃໝ່ທີ່ຖືກນຳມາໃຊ້ແທນ Touch ID ຫຼື ປຸ່ມສະແກນລາຍນິ້ວມືແບບເກົ່າ. ຫຼາຍຄົນອາດກັງວົນໃຈວ່າມັນຈະສາມາດໃຊ້ງານໄດ້ດີຄືືເກົ່າບໍ່ ໃນສ່ວນນີ້ແອັບເປິນກໍສາມາດແກ້ໄຂປັນຫາໄດ້ດີ ໂດຍມີການໃຊ້ກ້ອງ True-Depth ທີ່ສາມາດວິເຄາະຈຸດທີ່ແສງບໍ່ສາມາດແນມເຫັນໄດ້ດ້ວຍຕາເປົ່າກວ່າ 30,000 ຈຸດ ຮ່ວມກັບກ້ອງອິນຟຣາເຣດເພື່ອວິເຄາະໃບໜ້າຢ່າງຊັດເຈນ.
ນອກນັ້ນ ແອັບເປິນຍັງພັດທະນາລະບົບ Neural network ຂອງຕົນເອງຂຶ້ນມາ ເຊິ່ງໃສ່ລົງໄປໃນ iPhone X ໃນຮູບແບບຊິບ ທີ່ສາມາດວິເຄາະການປ່ຽນແປງຂອງໃບໜ້າ ເຮັດໃຫ້ຜູ້ໃຊ້ບໍ່ຕ້ອງກັງວົນວ່າ ເວລາໃສ່ໝວກ, ໃສ່ແວ່ນຕາ, ປ່ຽນຊົງຜົມ, ໜ້າຊູບລົງ, ໜວດຍາວ ແລ້ວລະບົບ Face ID ຈະຈື່ເຈົ້າຂອງບໍ່ໄດ້. ພ້ອມນັ້ນ ຖ້າຫາກຜູ້ໃຊ້ບໍ່ຕັ້ງໃຈແນມໜ້າຈໍ ໂທລະສັບກໍຈະບໍ່ປົດລັອກໃຫ້ ເພື່ອປ້ອງກັນການປົດລັອກໂດຍທີ່ບໍ່ໄດ້ຕັ້ງໃຈອີກດ້ວຍ.
ນອກຈາກນັ້ນ ຂຸມພະລັງຂອງກ້ອງແບບ True-Depth ບໍ່ໄດ້ໃຊ້ເຂົ້າພຽງແຕ່ໃນການປົດລັອກ ແລະ ຢືນຢັນຕົວຕົນເທົ່ານັ້ນ ແຕ່ຍັງໃຊ້ໃນການຖ່າຍເຊວຟີ ເຮັດໃຫ້ສາມາດຖ່າຍໂໝດບຸກຄົນ (Portrait) ຄືເຮັດໃຫ້ໄດ້ຮູບທີ່ຄົມຊັດ ແລະ ສາກຫຼັງເບຼີຢ່າງສວຍງາມຄືກັບຖ່າຍດ້ວຍກ້ອງຫຼັງ. ນອກນັ້ນຍັງສາມາດປັບແສງຄຸນນະພາບສູງລະດັບສະຕຸດິໂອ ງາມຢ່າງປະທັບໃຈ.
ກ້ອງ True-Depth ຍັງໃຊ້ເຂົ້າໃນຄຸນສົມບັດໃໝ່ຢ່າງ ແອນິໂມຈິ (Animoji) ໂດຍໃຊ້ການວິເຄາະໃບໜ້າເພື່ອຈຳລອງການສະແດງອອກທາງໃບໜ້າ ເພື່ອເຮັດໃຫ້ Animoji ສະແດງອາລົມ ແລະ ເຄື່ອນໄຫວໃບໜ້າໄດ້ສົມຈິງ ເພື່ອສົ່ງຕໍ່ໃຫ້ໝູ່ຜ່ານທາງ iMessage.
ກ້ອງຫຼັງ ເປັນກ້ອງຄູ່ຄວາມລະອຽດ 12 ລ້ານພິກເຊວ ເຊິ່ງມີຂະໜາດໃຫ່ ແລະ ໄວຂຶ້ນ ມາພ້ອມກັບຟິວເຕີສຮແບບໃໝ່, ພິກເຊວທີ່ເກັບລາຍລະອຽດໄດ້ຫຼາຍຂຶ້ນ ແລະ ກ້ອງຖ່າຍໄກ (ເທເລໂຟໂຕ) ພ້ອມລະບົບກັນສັ່ນ OIS.
ປະສິດທິພາບການໃຊ້ງານ ແອັບເປິນໄດ້ນຳໃຊ້ຊິບ A11 Bionic ເຊິ່ງພັດທະນາຂຶ້ນມາເອງ ພ້ອມກັບ CPU ທີ່ໄວຂຶ້ນ ເປັນແບບ 4 ແກນ ເຮັດວຽກໄວກວ່າຊິບລຸ້ນເກົ່າເຖິງ 70%. ນອກນັ້ນ ແອັບເປິນຍັງອ້າງວ່າ iPhone X ປະຢັດພະລັງງານຫຼາຍຂຶ້ນ ເຊິ່ງສາມາດໃຊ້ງານໄດ້ດົນຂຶ້ນ 2 ຊົ່ວໂມງເມື່ອທຽບໃສ່ iPhon 7.
ອີກຢ່າງທີ່ເພີ່ມເຂົ້າມາແມ່ນການສາກແບບໄຮ້ສາຍ ເຊິ່ງຮອງຮັບແທ່ນສາກທີ່ຫຼາກຫຼາຍ ສາມາດໃຊ້ງານໄດ້ຕາມໂຮງແຮມ, ຮ້ານກາເຟ ແລະ ສະໜາມບິນທົ່ວໂລກທີ່ມີໃຫ້ບໍລິການ.
ລາຄາ ແລະ ວັນວາງຂາຍ
iPhone X ເປີດລາຄາມາທີ່ 999 ໂດລາກັບຄວາມຈຸ 64 GB ເຊິ່ງແນ່ນອນວ່າ ເມື່ອມາຮອດລາວລາຄາຈະແພງກວ່ານີ້ ໂດຍຄາດຄະເນວ່າອາດລາມໄປຮອດ 10 ລ້ານກີບ.
ສຳລັບວັນເປີດຈອງແມ່ນວັນທີ 22 ຕຸລາ ແລະ ວາງຂາຍ 3 ພະຈິກນີ້. ມີໃຫ້ເລືອກກັນສອງສີຄື ສີດຳ ແລະ ສີເງິນ.
ຂໍຂອບໃຈ
ຂໍ້ມູນ : apple.com