ສື່ຕ່າງປະເທດເຜີຍ ໄອໂຟນຮຸ່ນໃໝ່ໄຮ້ປຸ່ມໂຮມ ໄຮ້ປຸ່ມສະແກນລາຍມື ປ່ຽນເປັນສະແກນໃບໜ້າແທນ

ການສະແກນລາຍນິ້ວມື ຫຼື Touch ID ນັ້ນ ແອັບເປິນໄດ້ໃສ່ເຂົ້າມາໃນ ໄອໂຟນ ຄັ້ງທຳອິດໃນ iPhone 5s ເຊິ່ງຕອນນັ້ນກໍເປັນສິ່ງທີ່ຕື່ນຕາຕື່ນໃຈພໍສົມຄວນ ເພາະບໍ່ຕ້ອງມາກົດລະຫັດຜ່ານປົດລັອກໜ້າຈໍ. ແຕ່ວ່າໃນ ໄອໂຟນຮຸ່ນໃໝ່ນັ້ນ ມີຂໍ້ມຸນຫຼຸດອອກມາວ່າ ບໍ່ໄດ້ລະບຸວ່າມີບ່ອນສະແກນລາຍນິ້ວມືໃນເຄື່ອງເລີຍ ເຊິ່ງຫຼ້າສຸດກໍໄດ້ພົບວ່າມີການລະບຸລະບົບຈື່ຈຳແບບໃໝ່ເຂົ້າມາເຊິ່ງເອີ້ນວ່າ Face ID ເຊິ່ງຫຼາຍຝ່າຍໄດ້ຕັ້ງຂໍ້ສົງໄສວ່າ ມັນຈະອຳນວຍຄວາມສະດວກໄດ້ຫຼາຍປານໃດ.
ໂດຍໃນເຟີມແວຂອງໄອໂຟນຮຸ່ນໃໝ່ນັ້ນ ພົບວ່າມີການໃຊ້ລະບົບການສະແກນໃບໜ້າ ຫຼື Face ID ເຂົ້າມາແທນທີ່ ເຊິ່ງມີຮູບກ່ຽວກັບການແນະນຳກ່ຽວກັບການຕັ້ງຄ່າສະແກນໃບໜ້າວ່າຕ້ອງເຮັດແນວໃດແດ່. ແຫຼ່ງຂ່າວລະບຸວ່າ ຕ້ອງໄດ້ແນມຈໍທັງໜ້າກົງ, ຫັນຊ້າຍ ແລະ ຫັນຂວາ ເພື່ອໃຫ້ລະບົບຈື່ຈຳໃບໜ້າຂອງເຮົາໄວ້. ລະບົບນີ້ຈະເຂົ້າມາແທນທີ່ Touch ID ໃນທຸກກໍລະນີບໍ່ວ່າຈະເປັນການໃຊ້ເພື່ອປົົດລັອກເຄື່ອງ, ຢືນຢັນການຊື້ໃນ App Store ແລະ ແທນການເຂົ້າແອັບຕ່າງໆ.
ແນວໃດກໍຕາມ ຫຼາຍຝ່າຍກໍກັງວົນໃຈວ່າມັນຈະສະດວກເທົ່າກັບການໃຊ້ Touch ID ຫຼື ບໍ່ ເພາະວ່າເຮັດແບບນີ້ສະແດງວ່າຕ້ອງໄດ້ຍົກໂທລະສັບໃຫ້ມາຊື່ໜ້າທຸກຄັ້ງໃນເວລາທີ່ຕ້ອງການປົດລັອກ ຫຼື ເວລາທີ່ຢູ່ໃນບ່ອນມືດຈະສະແກນໃບໜ້າໄດ້ແນວໃດ ເຊິ່ງຖ້າເປັນ Touch ID ແບບເກົ່າຈະສາມາດໃຊ້ງານໄດ້ທັນທີ ໂດຍບໍ່ຕ້ອງແນມເບິ່ງ. ກໍລະນີນີ້ກໍຕ້ອງຖ້າລຸ້ນນຳກັນວ່າ ໃນງານເປີດໂຕຄືນນີ້ແອັບເປິນຈະມີວິທີແກ້ໄຂປັນຫານີ້ແນວໃດ.ສື່ຕ່າງປະເທດເຜີຍ ໄອໂຟນຮຸ່ນໃໝ່ໄຮ້ປຸ່ມໂຮມ ໄຮ້ປຸ່ມສະແກນລາຍມື ປ່ຽນເປັນສະແກນໃບໜ້າແທນ
ຂໍຂອບໃຈ
ຂໍ້ມູນ : Mobiletalk,tv , Guilherme Rambo