ກ້ອງ Galaxy Note 8 ປະທະ iPhone 7 Plus ປຽບທຽບຮູບຖ່າຍບຸກຄົນ ຮຸ່ນໃດຄົມກວ່າກັນ

ກາຍເປັນທຳນຽມໄປແລ້ວເມື່ອ Samsung ເປີດໂຕສະມາດໂຟນລຸ້ນໃໝ່ ເຊິ່ງຫຼ້າສຸດກໍແມ່ນ Samsung Galaxy Note 8 ກໍຕ້ອງມີການນຳມາປຽບທຽບກັບສະມາດໂຟນຮຸ່ນທັອບຂອງ Apple ນັ້ນກໍຄື iPhone 7 Plus. ທັງສອງຮຸ່ນນີ້ລ້ວນແຕ່ມີກ້ອງຫຼັງ 2 ໂຕ ແລະ ສາມາດຖ່າຍຮູບພາບໂໝດ ຖ່າຍບຸກຄົນ ຫຼື portrait ໄດ້ເຊັ່ນດຽວກັນ.
ເຮົາມາເບິ່ງກັນວ່າ ຮຸ່ນໃດຈະຖ່າຍພາບ Portrait ໄດ້ເໜືອກວ່າກັນ.
-
ພາບກາງແຈ້ງ
Samsung Galaxy Note 8:
Apple iPhone 7 Plus:
ທັງສອງຮຸ່ນຖ່າຍພາບອອກມາໄດ້ດີ ແຕ່ຖ້າເບິ່ງໃກ້ໆບ່ອນຮອຍຕໍ່ລະຫວ່າງບຸກຄົນກັບພື້ນຫຼັງ ຈະເຫັນໄດ້ວ່າ iPhone 7 Plus ເຮັດອອກມາໄດ້ດີກວ່າເລັກໜ້ອຍ.
ຜູ້ຊະນະ: iPhone 7 Plus
-
ກາງແຈ້ງ
Samsung Galaxy Note 8:
Apple iPhone 7 Plus:
ທັງສອງຮຸ່ນເຮັດໄດ້ດີໃກ້ຄຽງກັນຫຼາຍ ແຕ່ຮູບຈາກ Galaxy Note8 ມີຄວາມສະຫວ່າງ ແລະ ສົດໃສກວ່າຫຼາຍ
ຜູ້ຊະນະ: Samsung Galaxy Note8
-
ກາງແຈ້ງ
Samsung Galaxy Note8:
Apple iPhone 7 Plus:
ຈະເຫັນໄດ້ວ່າ Galaxy Note8 ເລັ່ງສີພາບຂຶ້ນມາຂ້ອນຂ້າງຫຼາຍ ເຊິ່ງໃຊ້ໄດ້ດີກັບບາງສະຖານະການ ສ່ວນ iPhone 7 Plus ໃຫ້ແສງທີ່ເປັນທຳມະຊາດກວ່າ ໃນຂະນະທີ່ເອັບເຟັກ Bokeh ນັ້ນ ເຮັດອອກມາໄດ້ດີທັງສອງຮຸ່ນ.
ຜູ້ຊະນະ: Apple iPhone 7 Plus
-
ກາງແຈ້ງ
Samsung Galaxy Note8:
Apple iPhone 7 Plus:
ຈະເຫັນໄດ້ວ່າ ຖ້າຖ່າຍໃນໄລຍະດຽວກັນ iPhone 7 Plus ຈະໄດ້ພາບທີ່ແຄບກວ່າ ເນື່ອງຈາກໃຫ້ການຊູມທີ່ຫຼາຍກວ່າ ແຕ່ຖ້າປຽບທຽບໃນດ້ານຄຸນນະພາບຂອງພາບ, ກໍຈະເຫັນໄດ້ຊັດເຈນວ່າ iPhone 7 Plus ຍັງຄົງໃຫ້ສີທີ່ເປັນທຳມະຊາດກວ່າ. ໃນຂະນະທີ່ເອັບເຟັກ Bokeh ຂອງທັງສອງຮຸ່ນກໍຍັງເຮັດອອກມາໄດ້ໃກ້ຄຽງກັນຄື ດີ ແຕ່ຍັງບໍ່ດີຫຼາຍ.
ຜູ້ຊະນະ: iPhone 7 Plus
-
ໃນອາຄານ
Samsung Galaxy Note8:
Apple iPhone 7 Plus:
ເມື່ອຢູ່ໃນອາຄານທີ່ມີແສງປານກາງ, ທັງ 2 ຮຸ່ນກໍເກັບລາຍລະອຽດຂອງພາບໄດ້ໜ້ອຍລົງເຊັ່ນກັນ ໂດຍຈະເຫັນຈຸດທີ່ເປັນເມັດໆ (Noise) ໄດ້ຂ້ອນຂ້າງຊັດເຈນ. ເປັນອີກຄັ້ງທີ່ການເລັ່ງສີຂອງ Galaxy Note8 ຍັງຄົງໃຊ້ໄດ້ບໍ່ລົງຕົວປານໃດກັບສະຖານະການແບບນີ້. ໃນຂະນະທີ່ iPhone 7 Plus ຍັງຄົງໃຫ້ສີທີ່ເປັນທຳມະຊາດຢູ່.
ຜູ້ຊະນະ: Apple iPhone 7 Plus
-
ຕອນກາງຄືນ
Samsung Galaxy Note8:
Apple iPhone 7 Plus:
ເມື່ອຖ່າຍພາບກາງຄືນ ຈະເຫັນໄດ້ວ່າ Galaxy Note8 ສາມາດເກັບແສງ ແລະ ສີຂອງພາບໄດ້ດີກວ່າ, ມີຊີວິດຊີວາກວ່າ. ສ່ວນ iPhone 7 Plus ກໍບໍ່ເຖິງກັບບໍ່ດີ ແຕ່ຕ້ອງຍອມຮັບວ່າຍັງດ້ອຍກວ່າໃນຈຸດນີ້.
ຜູ້ຊະນະ: Galaxy Note8
ສະຫຼຸບ:
ເຖິງແມ່ນວ່າໃນທາງເຕັກນິກນັ້ນ ກ້ອງຫຼັງຄູ່ຂອງ Galaxy Note8 ຈະດີກວ່າ (ແລະ ໜ້າຈະດີທີ່ສຸດໃນບັນດາຮຸ່ນທັອບໃນຕອນນີ້ເລີຍກໍວ່າໄດ້) ແຕ່ iPhone 7 Plus ກໍຍັງຄົນເນັ້ນໃຫ້ແສງທີ່ເປັນທຳມະຊາດຫຼາຍກວ່າ. ໃນຂະນະທີ່ Galaxy Note8 ຈະເນັ້ນການເລັ່ງແສງ ແລະ ສີຂຶ້ນມາອີກລະດັບໜຶ່ງ ເຊິ່ງບໍ່ຫຼາຍເກີນໄປ ແຕ່ກໍເຮັດໃຫ້ພາບເບິ່ງບໍ່ເປັນທຳມະຊາດແດ່ໃນບາງໂອກາດ ແລະ ນັ້ນເຮັດໃຫ້ iPhone 7 Plus ຊະນະການທົດສອບໄປໃນຄັ້ງນີ້.
ແນວໃດກໍດີ ນັ້ນແມ່ນເອກະລັກການຖ່າຍພາບຂອງທັງ 2 ຍີ່ຫໍ້ ທີ່ມີຄວາມແຕກຕ່າງກັນຢ່າງຊັດເຈນ. ທັງນີ້ ຂຶ້ນຢູ່ກັບຜູ້ໃຊ້ວ່າມັກການຖ່າຍພາບໃນລັກສະນະໃດຫຼາຍກວ່າກັນ.
ຂໍຂອບໃຈ
ຂໍ້ມູນ : phonearena , Beartai