ສື່ດັງຢືນຢັນອີກສຽງ iPhone 8 ຈະບໍ່ມີ Touch ID ແນ່ນອນ

ດັ່ງທີ່ເປັນຂ່າວມາກ່ອນໜ້ານີ້ວ່າ Apple ບໍ່ສາມາດພັດທະນາຕົວສະແກນລາຍນິ້ວມືລົງໃນໜ້າຈໍໄດ້ທັນ ຈຶ່ງມີຄວາມເປັນໄປໄດ້ວ່າຟີເຈີດັ່ງກ່າວຈະຖືກຕັດອອກ. ຫຼ້າສຸດ The Wall Street Journal ລາຍງານເພິ່ມເຕິມວ່າ ເຮົາຈະບໍ່ເຫັນ Touch ID ໃນ iPhone 8 ທີ່ກຳລັງຈະເປີດຕົວໃນມື້ນີ້ຢ່າງແນ່ນອນ.
ຂ່າວລືທີ່ Apple ຈະຕັດ Touch ID ທີ່ເລີ່ມເປັນທີ່ນິຍົມມາຕັ້ງແຕ່ປີ 2013 ອອກຈາກ iPhone ລຸ້ນໃໝ່ນີ້ນັ້ນກໍມີອອກມາຫຼາຍເດືອນແລ້ວ ໂດຍ Bloomberg ກ່າວເອົາໄວ້ຕັ້ງແຕ່ເດືອນກໍລະກົດທີ່ຜ່ານມາວ່າ Apple ກຳລັງຈະແທນທີ່ Touch ID ດ້ວຍຕົວວິເຄາະໃບໜ້າໃນ iPhone 8 ແລະ ຫຼັງຈາກນັ້ນກໍມີຂໍ້ມູນການວິເຄາະອອກມາຈາກຫຼາຍໆ ແຫຼ່ງຂ່າວເວົ້າໃນແນວທາງດຽວກັນນີ້.
WSJ ກ່າວວ່າ Apple ກຳລັງຈະເປັນຜູ້ລິເລີ່ມໃນການຝັງ Touch ID ລົງເທິງໜ້າຈໍ iPhone ແລະ ເນື່ອງຈາກບັນຫາຫຼາຍຢ່າງ ປະກອບກັບທີ່ iPhone 8 ຈະໃຊ້ໜ້າຈໍແບບ OLED Apple ຈຶ່ງເລືອກທີ່ຈະຕັດ Touch ID ອອກໄປ ແລະ ແທນທີ່ດ້ວຍຕົວວິເຄາະໃບໜ້າແທນ.
ທັງນີ້ກໍມີຄວາມເປັນໄປໄດ້ສູງວ່າ ຫຼັງຈາກທີ່ iPhone 8 ເລີ່ມວາງຂາຍແລ້ວ ເຄື່ອງຈະຂາດຕະຫຼາດ ແລະ ເກີດການສົ່ງມອບຫຼ້າຊ້າ ເຊິ່ງກໍບໍ່ເປັນເລື່ອງທີ່ໜ້າແປກໃຈປານໃດ ແຕ່ເຊື່ອວ່າບັນຫານີ້ຈະເກີດກັບ iPhone 8 ສີໃໝ່ເປັນສີທຳອິດ ແລະ ກໍຈະຄ່ອຍໆລາມໄປທຸກສີທີ່ວາງຂາຍ.
ຂໍຂອບໃຈ
ຂໍ້ມູນ : Beartai