ໃຫ້ມັນເປັນສາຍຮຸ້ງ ເຟສບຸກກຳລັງທົດສອບໃຫ້ຄອມເມັ້ນສາມາດໃສ່ສີພື້ນຫຼັງໄດ້

ທີ່ຜ່ານມາ ເຟສບຸກ (Facebook) ໄດ້ເຮັດການປ່ຽນແປງຫຼາຍຢ່າງທີ່ຜູ້ໃຊ້ບໍ່ມັກເຊັ່ນ: ການແຍກຄຸນສົມບັດສົ່ງຂໍ້ຄວາມອອກໄປເປັນແອັບ Messenger ແຍກຕ່າງຫາກ, ເຮັດໃຫ້ແອັບເຟສບຸກໃຫຍ່ຂຶ້ນເລື້ອຍໆ ແຖມຊ້າອີກ, ເພີ່ມຄຸນສົມບັດຫຼາຍຢ່າງໃສ່ໃນ Messenger ຈົນຮົກ ແລະ ອື່ນທອີກ. ແຕ່ວ່າໃນການປ່ຽນແປງຫຼ້າສຸດນີ້ ເຮົາເຊື່ອວ່າອາດເປັນການປ່ຽນແປງທີ່ໂຫດຮ້າຍທີ່ສຸດເລີຍກໍວ່າໄດ້ ໂດຍສະເພາະຕໍ່ສາຍຕາ.
ເຊິ່ງຫຼ້າສຸດ ເຟສບຸກ ກຳລັງທົດສອບຄຸນສົມບັດໃຫ້ສາມາດເລືອກສີພື້ນຫຼັງໃສ່ຄອມເມັ້ນໄດ້ ໂດຍຜູ້ໃຊ້ທະວິດເຕີຊື່ Matt Navarra ໄດ້ໂພສຮູບຖ່າຍໜ້າຈໍຂອງຕົວເລືອກໃຫ້ໃສ່ພື້ນຫຼັງໃນຄອມເມັ້ນໄດ້ ເຊິ່ງຄ້າຍຄືກັບຕົວເລືອກພື້ນຫຼັງໃນໂພສທີ່ມີຢູ່ແລ້ວໃນຕອນນີ້.
ເວັບໃຊ້ The Next Web ສື່ໄອທີຊື່ດັງໄດ້ກ່າວວ່າ ຮູ້ສຶກຄືຍ້ອນກັບໄປປີ 2000 ທີ່ Myspace ເວັບໄຊສັງຄົມອອນລາຍສະໄໝນັ້ນປ່ອຍຕົວເລືອດຄ້າຍຄືກັນນີ້ອອກມາໃຫ້ໃຊ້.
ເຮົາກໍຫວັງວ່າ ເຟສບຸກຈະບໍ່ປ່ອຍຄຸນສົມບັດນີ້ອອກມາ ບໍ່ດັ່ງນັ້ນແລ້ວ ຊ່ອງສະແດງຄວາມເຫັນຄົງບໍ່ຕ່າງຫຍັງກັບສາຍຮຸ້ງຍາມຝົນຫາກໍເຊົາຕົກໃໝ່ໆ... ວ່າມາແລ້ວກໍຄິດອີ່ຕົນສາຍຕາຕົວເອງ.
ຂໍຂອບໃຈ
ຂໍ້ມູນ : Android Police