ໄຂຂໍ້ຂ້ອງໃຈ ເບິ່ງວິດີໂອໃນ YouTube ໃຊ້ອິນເຕີເນັດຫຼາຍປານໃດ ສຳລັບຄວາມລະອຽດແຕ່ລະລະດັບ

ຫຼາຍໆ ຄົນອາດສົງໄສວ່າເບິ່ງ YouTube ແຕ່ລະເທື່ອໃຊ້ປະລິມານອິນເຕີເນັດ ຫຼື ດາຕາ (Data) ໄປຫຼາຍປານໃດ. ແນ່ນອນວ່າຍິ່ງຄວາມລະອຽດສູງ ຍິ່ງໃຊ້ປະລິມານອິນເຕີເນັດຕໍ່ນາທີຫຼາຍຂຶ້ນໄປອີກ. ແຕ່ຈະໃຊ້ໄປເທົ່າໃດລະ? ມາເບິ່ງກັນເລີຍ.
ໂດຍປົກກະຕິແລ້ວ YouTube ຈະຕັ້ງຄ່າເລີ່ມຕົ້ນຄວາມລະອຽດໃນການຮັບຊົມຄຼິບໃນສະມາດໂຟນຢູ່ທີ່ 480p ເຊິ່ງມີການໃຊ້ງານປະລິມານອິນເຕີເນັດຢູ່ທີ່ 4MB ຕໍ່ນາທີ ຫຼື 240MB ຕໍ່ຊົ່ວໂມງ ແລະ ຫາກເບິ່ງຕໍ່ເນື່ອງດົນ 4 ຊົ່ວໂມງ ກໍຈະໃຊ້ປະລິມານອິນເຕີເນັດເຖິງ 1GB ເລີຍທີດຽວ.
ແລ້ວຖ້າຄວາມລະອຽດອື່ນຈະໃຊ້ອິນເຕີເນັດເທົ່າໃດ? ເບິ່ງໄດ້ທີ່ຕາຕະລາງດ້ານລຸ່ມນີ້ເລີຍ:
ສຳລັບຄົົນທີ່ເບິ່ງ YouTube ທຸກມື້ ກໍມີຕາຕະລາງທີ່ຄຳນວນມາໃຫ້ແລ້ວ ຫາກເບິ່ງ YouTube 30 ນາທີ, 1 ຊົ່ວໂມງ ແລະ 2 ຊົ່ວໂມງຕໍ່ມື້ ຈະໃຊ້ປະລິມານອິນເຕີເນັດເທົ່າໃດແດ່ ເບິ່ງໄດ້ທີ່ຕາຕະລາງດ້ານລຸ່ມນີ້ເລີຍ.
ຖືວ່າສຳຄັນຫຼາຍ ສຳລັບຜູ້ທີ່ມີປະລິມານອິນເຕີເນັດຈຳກັດຕໍ່ເດືອນໃນແພັກເກັດ ເພາະສາມາດຄຳນວນໄດ້ວ່າການເບິ່ງ YouTube ໃນເວລາເທົ່າໃດ ຈະໃຊ້ປະລິມານອິນເຕີເນັດເທົ່າໃດ ແຕ່ສຳລັບແພັກເກັດທີ່ບໍ່ມີການຈຳກັດປະລິມານອິນເຕີເນັດນັ້ນກໍສະບາຍເລີຍ.
ຂໍຂອບໃຈ
ຂໍ້ມູນ : Beartai