ໝາກ ປະຣິນ ພະເອກໜຸ່ມຫຼໍ່ຈາກປະເທດໄທ ທ່ຽວສຳຜັດກັບຄວາມງາມຂອງນ້ຳຕົກທາງພາກໃຕ້ຂອງລາວ

ໃນວັນເສົາທີ 2 ກັນຍາ 2017 ຜ່ານມາ ກໍໄດ້ພົບພາບຂອງໜຸ່ມ ໝາກ ປະຣິນ ພະເອກຊື່່ດັງ ຈາກປະເທດໄທ ໄດ້ມາທ່ຽວທີ່່ເຂດພາກໃຕ້ ຂອງປະເທດລາວເຮົາ ເຊິ່ງແອັດກໍ່ໄດ້ຕິດຕາມໃນ Ig ຂອງໜຸ່ມ ໝາກ ປະຣິນ ໄດ້ໂພສຮູບ ແລະ Location ຢູ່ທີ່ຕາດຟານ, ຕາດຄະມຶກ ເມືອງປາກຊ່ອງ ແຂວງຈຳປາສັກ ຖືວ່າເປັນເລື່ອງທີ່ດີ ທີ່ດາຣາດັງຈາກປະເທດເພື່ອນບ້ານໃຫ້ຄວາມສົນໃຈມາທ່ຽວໃນລາວເຮົາ ແລະ ຊາວລາວທີ່ພົບເຫັນກໍອົດບໍ່ໄດ້ທີ່ຈະຂໍເຂົ້າໄປຖ່າຍຮູບນຳພະເອກໜຸ່ມຫຼໍ່ຄົນນີ້ ແອັດເຫັນເອັດຍັງອິດສາເລີຍ...
ໂດຍ: ໜຸ່ມໂສດ
ຂໍຂອບໃຈ
ພາບ : Prinfanclub (Mark Prin Suparat), @mark_prin
ຂໍ້ມູນ : perdjai