ໃຜບໍ່ເຄີຍເຕີມເງິນຄ່າໂທຜ່ານຕູ້ນີ້ແມ່ນເຊີຍສຸດ!

ໄລຍະນີ້ອາກາດຮ້ອນອົບເອົ້າ ຜູ້ຂຽນກໍເລີຍໄປຫາຍ່າງເລາະສູນການຄ້າຫຼິ້ນ ເພື່ອຕາກແອເຢັນໆແກ້ຮ້ອນ. ຍ່າງໄປຍ່າງມາກໍໄປເຫັນຕູ້ອັນໜຶ່ງສິສັນສະດຸດຕາ ມີໂຕໜັງສືຂະໜາດໃຫຍ່ຂຽນໃສ່ວ່າ “ຕູ້ເຕີມເງິນ”. ດ້ວຍຄວາມທີ່ບໍ່ເຄີຍເຫັນມາກ່ອນ ປະກອບກັບຄ່າໂທກໍໃກ້ຈະໝົດແລ້ວ ແລະ ບໍ່ເຄີຍໃຊ້ເຄື່ອງແບບນີ້ມາກ່ອນ ກໍເລີຍຄິດຢາກລອງເບິ່ງວ່າມັນຈະສະດວກຫຼາຍປານໃດ.
ຕູ້ນີ້ມີຊື່ວ່າ “ຕູ້ເຕີມເງິນ ບີລາຍ” ແຕ່ວ່າເບິ່ງຄັກໆແລ້ວພັດສາມາດເຕີມເງິນໄດ້ທຸກເຄືອຂ່າຍຢູ່ໃນລາວຄື: ບີລາຍ, ລາວໂທລະຄົມ, ຢູນີເທວ ແລະ ອີທີແອລ. ເຂົ້າໄປທຳອິດກໍຍັງບໍ່ຮູ້ວ່າມັນໃຊ້ງານແນວໃດ ເລີຍລອງຈິ້ມໆໜ້າຈໍມັນເບິ່ງ ອຸ້ຍ! ເປັນໜ້າຈໍສຳຜັດນັ້ນເອງພວກເຈົ້າ ສະດວກສຸດໆໄປເລີຍ.
ວິທີໃຊ້ງານກໍງ່າຍແສນງ່າຍ. ຍົກຕົວຢ່າງ ຜູ້ຂຽນໃຊ້ເບີບີລາຍກໍຈິ້ມໄປທີ່ຮູບໂລໂກຂອງບີລາຍເລີຍ (ຖ້າໃຊ້ເບີອື່ນກໍຈິ້ມໂລໂກຂອງເຄືອຂ່າຍທີ່ຕົນເອງໃຊ້). ຈາກນັ້ນກໍກົດເບີໂທຂອງເຮົາໃສ່ ແລ້ວກໍກົດ “ຕໍ່ໄປ” ເຊິ່ງຈະພາເຮົາໄປຍັງໜ້າລາຍລະອຽດເບີໂທຂອງເຮົາ ພ້ອມທັງບອກລາຍລະອຽດວ່າ ສາມາດຕື່ມເງິນໄດ້ຂັ້ນຕໍ່າ 3,000 ກີບ ສູງສຸດ 1 ລ້ານກີບ ຕໍ່ຄັ້ງ. ເຮົາກໍບໍ່ຫຼາຍເລື່ອງຈັດໄປເລີຍ 1 ລ້ານ ເອີ້ຍ! 10,000 ກີບ.
ອ້າວ ແລ້ວຕ້ອງຈ່າຍເງິນແນວໃດລະບາດນີ້? ແນມຊ້າຍ ແນມຂວາ ກໍບໍ່ເຫັນຫຍັງ. ແນມຂຶ້ນເທິງກໍເຫັນແຕ່ໜ້າຈໍສະແດງລາຍການໂປຣໂມຊັນຕ່າງໆ. ອໍ ຢູ່ດ້ານລຸ່ມນີ້ເອງ. ໃຫ້ສັງເກດວ່າຈະເຫັນປ່ອງທີ່ມີແສງໄຟສີແດງໆ ໃຫ້ເອົາເງິນປ່ອນໃສ່ ແລ້ວຕູ້ກໍຈະດູດເງິນເຂົ້າໄປຢ່າງວ່ອງໄວ ແລ້ວກໍສະແດງຈຳນວນຕາມໃບເງິນທີ່ເຮົາປ່ອນໃສ່ ຕົວຢ່າງ ປ່ອນ 10,000 ກີບ ກໍຈະຂຶ້ນຢູ່ໜ້າຈໍວ່າ 10,000 ກີບ.
ຢ່າລືມເດີ້ວ່າເຄື່ອງນີ້ຈະທອນເງິນບໍ່ໄດ້ ປ່ອນເງິນເທົ່າໃດກໍຕ້ອງໄດ້ເຕີມເທົ່ານັ້ນ ຕ້ອງໄດ້ລະວັງ! ເມື່ອໝັ້ນໃຈແລ້ວວ່າຈະຕື່ມເງິນເທົ່ານັ້ນ ກໍແຕະທີ່ປຸ່ມ “ຊຳລະເງິນ” ເລີຍ ແລ້ວກໍຈະມີໃບບິນອອກມາຈາກປ່ອງດ້ານລຸ່ມຂ້າງປ່ອງປ່ອນເງິນ. ຖືວ່າເປັນອັນເສັດສິ້ນພິທີກຳການເຕີມເງິນ. ມັນກະງ່າຍດີໃດແບບນີ້ນະ.
ລືມບອກໄປອີກວ່າ ໄລຍະນີ້ຕູ້ນີ້ມີໂປຣໂມຊັນແຈກແຖມນຳອີກ ເຫັນວ່າຜູ້ທີ່ເຕີມເງິນ 50,000 ກີບຂຶ້ນໄປໃນວັນເສົາ-ອາທິດ ທີ່ສູນການຄ້າວຽງຈັນເຊັນເຕີ ກໍຈະໄດ້ຮັບຄັນຮົ່ມໄປກັ້ງກັັນຝົນຟຣີໆເລີຍ. ໄດ້ທັງເງິນຄ່າໂທ ໄດ້ທັງຄັນຮົ່ມ ຄຸ້ມສຸດໆ ແມ່ນບໍລະ?
ມາຮອດນີ້ ມ່ວນກໍຕ້ອງຂໍລາໄປກ່ອນ ໂອກາດໜ້າຖ້າໄປພົບສິ່ງດີໆ ສິ່ງໃໝ່ໆ ທີ່ສ້າງຄວາມສະດວກສະບາຍໃຫ້ເຮົາແບບນີ້ ກໍຈະບໍ່ພາດນຳເອົາມາເລົ່າສູ່ກັນຟັງຢ່າງແນ່ນອນ.