ສະຫຼຸບຫຼຽນຊີເກມຄັ້ງທີ 29 ປະຈຳວັນທີ 26 ສິງຫາ 2017: ຫຼຽນຄຳທຳອິດຂອງລາວພາຫຍັບຂຶ້ນອັນດັບ 8

ຕາຕະລາງສະຫຼຸບຫຼຽນປະຈຳວັນທີ 26 ສິງຫາ 2017, ຊີເກມຄັ້ງທີ 29 ທີ່ ກົວລາລຳເປີ ປະເທດມາເລເຊຍ
ລາວເລີ່ມມີການເຄື່ອນເໜັງ ໂດຍວານນີ້ເປຕັງທີມຍິງ 3 ຄົນ ໄດ້ຍາດເອົາຫຼຽນຄຳຫຼຽນທຳອິດມາໃຫ້ທັບນັກກີລາລາວໄດ້ ແລະ ເປຕັງທີມຊາຍ 3 ຄົນກໍຍາເອົາຫຼຽນເງິນມາເພີ່ມອີກ 1 ຫຼຽນ ເຮັດໃຫ້ລາວຫຍັບຈາກອັນດັບ 10 ຂຶ້ນມາເປັນອັນດັບແປດ. ສະຫຼຸບລວມ ລາວມີ 1 ຫຼຽນຄຳ, 3 ຫຼຽນເງິນ ແລະ 7 ຫຼຽນທອງ. ສ່ວນອັນດັບ 1 ຍັງຄົງເປັນເຈົ້າພາບມາເລເຊຍ ຕາມມາດ້ວຍຫວຽດນາມ ແລະ ສິງກະໂປ ໃນອັນດັບ 2 ແລະ 3 ຕາມລຳດັບ.
ຂໍຂອບໃຈ
ຂໍ້ມູນ : kualalumpur2017