ເບິ່ງດວງລາຍວັນ, ປະຈຳວັນທີ 25 ຕຸລາ 2016

ຄົນເກີດວັນອາທິດ
ການງານ ທ່ານຈະປະສົບຜົນສຳເລັດໃນໜ້າທີ່ວຽກງານໃນມໍ່ໆນີ້
ຄວາມຮັກ ຄົນມີຄູ່ກຳລັງຊ່ວຍກັນສ້າງຖານະຮ່ວມກັນ ສ່ວນຄົນໂສດກຳລັງມີຄວາມສຸກກັບຄວາມຮັກໃໝ່.
ການເງິນ ທ່ານກຳລັງຈະໄດ້ຮັບຂ່າວດີເລື່ອງເງິນແລ້ວ
ຄົນເກີດວັນຈັນ
ການງານ ຄວາມຄິດ ຫຼື ການວາງແຜນຂອງທ່ານຈະສໍາເລັດດັ່ງໃຈໝາຍ
ຄວາມຮັກ ຄົນມີຄູ່ຕ່າງຄົນຕ່າງຜິດໃຈກັນເປັນບັນຫາໃຫ່ຍ ສ່ວນຄົນໂສດຈະສົມຫວັງໃນຄວາມຮັກ.
ການເງິນ ໃນໄລຍະນີ້ຫາກທ່ານຄິດຈະລົງທຶນກໍ່ຄວນເຮັດເລີຍ ເພາະມີໂອກາດດີໃນການລົງທຶນ
ຄົນເກີດວັນອັງຄານ
ການງານ ໄລຍະນີ້ວຽກຫຼາຍຈົນທ່ານບໍ່ມີເວລາດູແລສຸຂະພາບຕົນເອງ
ຄວາມຮັກ ຄົນມີຄູ່ເລີ່ມຫວັ່ນໄຫວກັບຄົນໃກ້ຕົວ ສ່ວນຄົນໂສດຍັງບໍ່ແນ່ໃຈກັບຮັກໃໝ່ທີ່ເຂົ້າມາ.
ການເງິນ ມີບັນຫາຫຼາຍດ້ານເຮັດໃຫ້ການເງິນໄລຍະນີ້ຕິດຂັດ
ຄົນເກີດວັນພຸດ
ການງານ ທ່ານມີເກນຈະປະສົບຜົນສຳເລັດໃນໜ້າທີ່ການງານ
ຄວາມຮັກ ຄົນມີຄູ່ມີເລື່ອງຜິດໃຈກັນເລັກໜ້ອຍ ສ່ວນຄົນໂສດຍັງຕ້ອງໂສດຕໍ່ໄປ.
ການເງິນ ລະວັງຈະເກີດບັນຫາເລື່ອງເງິນ ທ່ານຄວນມີເງິນສຳຮອງໄວ້ຈະເປັນການດີ
ຄົນເກີດວັນພະຫັດ
ການງານ ຫາກທ່ານໃດມີສັດຕູໃນການເຮັດວຽກງານ ທ່ານມີເກນມີໄຊຊະນະກວ່າສັດຕູແລ້ວ
ຄວາມຮັກ ຄົນມີຄູ່ມີເກນວາງແຜນອະນາຄົດຮ່ວມກັນສ່ວນຄົນໂສດຍັງບໍ່ແນ່ໃຈກັບຮັກທີ່ເຂົ້າມາ.
ການເງິນ ເງິນທີ່ຫາມາໄດ້ຈະໝົດໄປກັບຄ່າໃຊ້ຈ່າຍທີ່ບໍ່ສາມາດຫຼີກລ່ຽງໄດ້
ຄົນເກີດວັນສຸກ
ການງານ ໂອກາດມາຫາທ່ານແລ້ວ ເພາະມີເກນວາງແຜນເຮັດອາຊີບເສີມ ຫຼື ຕໍ່ຍອດທຸລະກິດເພີ່ມອີກ
ຄວາມຮັກ ຄົນມີຄູ່ຮັກກັນດີ ແລະ ມີຄວາມສຸກຫຼາຍ ສ່ວນຄົນໂສດຍັງຕ້ອງໂສດຕໍ່ໄປ.
ການເງິນ ໝົດເງິນໄປກັບການລົງທຶນເພື່ອຫວັງຜົນກຳໄລໃນອະນາຄົດ
ຄົນເກີດວັນເສົາ
ການງານ ຄວນວາງແຜນການເຮັດວຽກໃຫ້ດີເພາະມີເກນຈະມີວຽກໃໝ່ເຂົ້າມາຈົນເຮັດບໍ່ທັນ
ຄວາມຮັກ ຄົນມີຄູ່ກຳລັງຈະມີຂ່າວດີ ສ່ວນຄົນໂສດເຮັດວຽກຫຼາຍຈົນລືມເລື່ອງຄວາມຮັກ.
ການເງິນ ທ່ານຄວນໃຊ້ຈ່າຍຢ່າງປະຫຍັດ ເພາະທ່ານຈະໝົດເງິນໄປກັບການໃຊ້ຈ່າຍຟຸມເຟືອຍ
ຂໍຂອບໃຈ
ຂໍ້ມູນ : www.laopost.com