ງານຟຣີ ເຊີນຮ່ວມຮັບຊົມຖ່າຍທອດສົດເປີດໂຕ Samsung Galaxy Note 8 ໃນຄືນວັນທີ 23 ສິງຫາທີ່ ໂຕະເອັກຊ໌, ນວ

ໝູນວຽນມາຄົບຮອບອີກຄັ້ງແລ້ວກັບງານ Samsung Unpacked ເຊິ່ງຈະເປັນການເປີດໂຕ Samsung Galaxy Note 8 ທີ່ຜູ້ໃຊ້ສະມາດໂຟນຫຼາຍຄົນລໍຖ້າ. ໂດຍປີນີ້ Samsung ກໍໄດ້ເຜີຍເລີກງາມຍາມດີ ເປີດໂຕ Note 8 ໃນຄືນຂອງວັນພຸດທີ 23 ສິງຫາ 2017 ນີ້ ເຊິ່ງຈະມີການຖ່າຍທອດສົດທົ່ວໂລກໃຫ້ໄດ້ຮັບຊົມນຳກັນ.
ໃນລາວເຮົາ MobileTalk ເວັບໄຊຂໍ້ມູນຂ່າວສານໃນວົງການສະມາດໂຟນ ແລະ ເຕັກໂນໂລຊີ ກໍຈະມີການຈັດງານເພື່ອໃຫ້ແຟນໆໄດ້ມາຮວມໂຕກັນເພື່ອຮັບຊົມການເປີດໂຕສະມາດໂຟນຊື່ດັງລຸ້ນນີ້ ເຊິ່ງຈະຈັດຂຶ້ນທີ່ ໂຕະເອັກຊ໌ (Toh-X Co-working Space) ຕັ້ງຢູ່ບ້ານໂພນສະອາດ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ (ໃກ້ກັບທະນາຄານ ICBC) ເຊິ່ງງານຈະເລີ່ມເວລາ 20:00 ໂມງເປັນຕົ້ນໄປຈົນເຖິງ 00:00 ໂມງ ຂອງຄໍ່າຄືນວັນພຸດທີ 23 ສິງຫາ 2017 (ມື້ອື່ນ). ຜູ້ທີ່ສົນໃຈສາມາດລົງທະບຽນເພື່ອເຂົ້າຮ່ວມງານໄດ້ໂດຍບໍ່ເສຍຄ່າໃຊ້ຈ່າຍໃດໆ.
ລົງທະບຽນໄດ້ທີ່ http://bit.ly/LIVE-MobileTalk-GalaxyUNPACKED2017
ຂໍຂອບໃຈ
ຂໍ້ມູນ : mobiletalk.tv