iPhone ຂອງທ່ານຊ້າບໍ່? ນີ້ແມ່ນວິທີແກ້ໄຂໃຫ້ໂທລະສັບຂອງທ່ານເຮັດວຽກໄດ້ໄວຂຶ້ນກວ່າເກົ່າ

ສິ່ງໜຶ່ງທີ່ iPhone ແຕກຕ່າງຈາກມືຖືລະບົບປະຕິບັດການອື່ນກໍຄື ສາມາດໃຊ້ງານໄດ້ດົນນານ ເພາະໄດ້ຮັບອັບເດດຢ່າງຕໍ່ເນື່ອງ. ແຕ່ວ່າບາງຄັ້ງ ເມື່ອໃຊ້ງານໄປດົນໆ ເພິ່ນກໍມັກມີອາການງໍແງ ແລະ ສໍ້ເປັນບາງຄັ້ງເຊັ່ນ: ຊ້າ, ອືດ ແລະ ກະຕຸກ ເຊິ່ງກໍມີບາງວິທີທີ່ຈະແກ້ໄຂປັນຫາເຫຼົ່ານີ້ໄດ້.
ຂ້າງລຸ່ມນີ້ແມ່ນວິທີແກ້ໄຂ iPhone ທີ່ຊ້າໃຫ້ກັບມາເຮັດວຽກໄດ້ໄວຂຶ້ນ ຖ້າຫາກຍັງບໍ່ທັນຢາກປ່ຽນໄປໃຊ້ລຸ້ນໃໝ່.
1. ອັບເດດລະບົບປະຕິບັດການ iOS
ໂດຍທົ່ວໄປ ການອັບເດດລະບົບປະຕິບັດການ iOS ຈະເຮັດໃຫ້ iPhone ເຮັດວຽກໄດ້ດີຂຶ້ນກວ່າເກົ່າ ແຕ່ວ່າໃນບາງກໍລະນີ ເຊັ່ນ: ລຸ້ນທີ່ມີອາຍຸຫຼາຍປີແລ້ວ ການອັບເດດກໍອາດເຮັດໃຫ້ເຄື່ອງຊ້າລົງໄດ້ ເນື່ອງຈາກຮາດແວເກົ່າ ແລະ ຊອບແວໃໝ່ບໍ່ເຂົ້າກັນ. ສຳລັບວິທີອັບເດດລະບົບປະຕິບັດການໃຫ້ປະຕິບັດດັ່ງນີ້:
- ໄປທີ່ Settings
- ເລືອກ General ຈາກນັ້ນເລືອກ Software Update ເພື່ອກວດເບິ່ງວ່າມີອັບເດດໃໝ່ໃຫ້ໃຊ້ງານ ຫຼື ບໍ່.
2. ເພີ່ມພື້ນທີ່ຕົວເຄື່ອງໂດຍການລຶບສິ່ງທີ່ບໍ່ຈຳເປັນອອກ
ບາງກໍລະນີ ການທີ່ iPhone ຊ້າ ຫຼື ກະຕຸກ ອາດມີສາເຫດມາຈາກເນື້ອທີ່ຄວາມຈຳພາຍໃນຕົວເຄື່ອງເຫຼືອໜ້ອຍກໍເປັນໄດ້ ເຊິ່ງສັນຍານທີ່ບົ່ງບອກວ່າເນື້ອທີ່ເຄື່ອງເຫຼືອໜ້ອຍກໍມີຫຼາຍຢ່າງ ບໍ່ວ່າຈະເປັນ: ແອັບເດັ້ງ, ຖ່າຍຮູບບໍ່ໄດ້, ບໍ່ໄດ້ຮັບຂໍ້ຄວາມ ຫຼື ອີເມວ ຫຼື ກະທັ້ງອາການກະຕຸກ. ວິທີກວດສອບເບິ່ງພື້ນທີ່ຄວາມຈຳພາຍໃນເຄື່ອງສາມາດເຮັດໄດ້ໂດຍໄປທີ່ Settings > General > Storage & iCloud Usage ຖ້າຫາກເຫັນພື້ນທີ່ຄວາມຈຳເຫຼືອໜ້ອຍ ກໍໃຫ້ລຶບບາງຢ່າງທີ່ບໍ່ຈຳເປັນ ຫຼື ບໍ່ໄດ້ໃຊ້ງານອອກ ບໍ່ວ່າຈະເປັນຮູບຖ່າຍ, ວິດີໂອ ຫຼື ແອັບຕ່າງໆ.
3. ປິດໃຊ້ງານ Background App Refresh ແລະ ເປີດໃຊ້ງານ Low Power Mode
ການເປີດໃຊ້ງານໂມດປະຢັດພະລັງງານ ຫຼື Low Power Mode ສາມາດຊ່ວຍໃຫ້ iPhone ເຮັດວຽກໄດ້ໄວຂຶ້ນໄດ້ ເນື່ອງຈາກໃນໂໝດດັ່ງກ່າວຈະມີການຈຳກັດການເຮັດວຽກຂອງແອັບບາງໂຕ ໂດຍສາມາດເຂົ້າໄປເປີດໃຊ້ໄດ້ທີ່ Settiings > Battery > Low Power Mode ແຕ່ຄວນລະນຶກໄວ້ສະເໝີວ່າ ໂໝດນີ້ຈະເຮັດໃຫ້ທ່ານບໍ່ໄດ້ຮັບແຈ້ງເຕືອນອີເມວ ເພາະຈະຖືກຈຳກັດການເຮັດວຽກໄວ້.
ສ່ວນການປິດໃຊ້ງານ Background App Refresh ສຳລັບບາງແອັບ ຫຼື ທັງໝົດກໍຊ່ວຍໃຫ້ໂທລະສັບເຮັດວຽກໄດ້ໄວຂຶ້ນເຊັ່ນກັນ ແຕ່ວ່າອາດຈະບໍ່ໄດ້ຮັບແຈ້ງເຕືອນຈາກແອັບທີ່ເຮົາປິດໃຊ້. ວິທີການປິດໃຊ້ງານຄຸນສົມບັດນີ້ປະຕິບັດຕາມນີ້:
- ເຂົ້າໄປທີ່ Settings
- ແຕະ General ແລ້ວເລືອກ Background App Refresh
- ຈາກນັ້ນກໍເລືອກປິດແອັບທີ່ບໍ່ຕ້ອງການໃຫ້ເຮັດວຽກຢູ່ພື້ນຫຼັງ ຫຼື ຈະປິດທັງໝົດກໍໄດ້.
4. ປິດແທັບໜ້າເວັບທີ່ເປີດຄ້າງໄວ້ໃນ Safari ແລະ ປິດແອັບໃນລາຍການແອັບທີ່ໃຊ້ອອກໃຫ້ໝົດ
ບາງຄົນມັກໃຊ້ງານອິນເຕີເນັດຜ່ານ Safari ແລ້ວເປີດໜ້າເວັບໄວ້ຫຼາຍໜ້າແລ້ວບໍ່ເຄີຍປິດ ຫຼື ຄ້ານປິດ ອີກກໍລະນີໜຶ່ງກໍຄືໃຊ້ງານແອັບຕ່າງໆແລ້ວບໍ່ເຄີຍປັດແອັບທີ່ໃຊ້ງານຜ່ານມາຖິ້ມ ເຊິ່ງນີ້ກໍສົ່ງຜົນຕໍ່ປະສິດທິພາບການເຮັດວຽກຂອງ iPhone ເຊັ່ນກັນ. ສະນັ້ນ ກໍເຂົ້າໄປກວດເບິ່ງໃນ Safari ແລ້ວປິດໜ້າເວັບເຫຼົ່ານັ້ນສາ ພ້ອມທັງປັດລາຍການແອັບທີ່ໃຊ້ຜ່ານມາຖິ້ມນຳກໍຈະເປັນການດີ.
ທັງໝົດຂ້າງເທິງນັ້ນແມ່ນເຄັດລັບທີ່ເຮົານຳເອົາມາຝາກກັນ ຖ້າຫາກເຮັດແລ້ວ ແຕ່ໂທລະສັບຍັງຊ້າຄືເກົ່າ ກໍຄົງຕ້ອງໄດ້ລ້າງເຄື່ອງໂດຍເຂົ້າໄປທີ່ Settings > General > Reset ແລ້ວເລືອກ Reset Network Settings ຫຼື Reset All Settings. ເຊິ່ງຖ້າຍັງໃຊ້ບ່ໄດ້ອີກກໍຄົງຕ້ອງໄດ້ Restore ເຄື່ອງຜ່ານ iTunes.
ຂໍຂອບໃຈ
ຂໍ້ມູນ : 9to5mac.com