ວິທີເຮັດໃຫ້ມືຖືແອນດຣອຍ ປິດສຽງ, ສຳຮອງຮູບ, ໂພສຮູບລົງໂຊຊຽວ ແລະ ປິດການເຊື່ອມຕໍ່ອິນເຕີເນັດແບບອັດຕະໂນມັດ

ມືຖືແອນດຣອຍໄດ້ຮັບການພັດທະນາໃຫ້ດີຂຶ້ນເລື້ອຍໆ ພ້ອມທັງປັບປຸງການໃຊ້ງານໃຫ້ສະດວກສະບາຍ ແລະ ປະຢັດເວລາໃຫ້ແກ່ຜູ້ໃຊ້. ມື້ນີ້ເຮົາຈະພາທຸກຄົນໄປຮູ້ຈັກກັບວິທີປິດສຽງມືຖື, ສຳຮອງຮູບພາບ, ໂພສຮູບລົງໂຊຊຽວຫຼາຍອັນ ແລະ ປິດການໃຊ້ງານອິນເຕີເນັດມືຖືໂດຍອັດຕະໂນມັດ.
1. ເປີດໃຊ້ງານໂໝດ “ຫ້າມລົບກວນ” (Do not disturb) ເພື່ອປິດສຽງແຈ້ງເຕືອນໂດຍອັດຕະໂນມັດ
ໂໝດນີ້ມີມາໃຫ້ໃນມືຖືແອນດຣອຍສ່ວນໃຫຍ່ຢູ່ແລ້ວ ໂດຍຈະເຮັດໃຫ້ເຮົາສາມາດຕັ້ງເວລາເພື່ອໃຫ້ໂທລະສັບມືຖືຂອງເຮົາຢູ່ໃນໂໝດງຽບເມື່ອຮອດເວລາທີ່ກຳນົດ ແລະ ເປີດໃຊ້ງານໂໝດປົກກະຕິເມື່ອຮອດໂມງສິ້ນສຸດທີ່ກຳນົດໄວ້. ວິທີເປີດໃຊ້ງານ ໃຫ້ໄປທີ່ ການຕັ້ງຄ່າ (Settings) ແລ້ວແນມຫາ ຫ້າມລົບກວນ (Do not disturb) ຫຼື ສຽງ (Sound) > ຫ້າມລົບກວນ (Do not disturb) ຈາກນັ້ນກໍເປີດໃຫ້ ຕັ້ງເວລາ (Scheduled) ແລ້ວຕັ້ງໂມງທີ່ຕ້ອງການໃຫ້ປິດສຽງ ແລະ ເປີດສຽງຄືນ ເຊັ່ນ: 22:00 ໂມງ ຫາ 07:00 ໂມງ ເປັນຕົ້ນ.
2. ໂພສຮູບໄປຫຼາຍໆໂຊຊຽວດ້ວຍແອັບ Hootsuite
ຫຼາຍຄົນອາດຈະມີບັນຊີໂຊຊຽວຕ່າງໆທີ່ຫຼາກຫຼາຍບໍ່ວ່າຈະເປັນ Facebook, Twitter, Google+ ຫຼື Instagram. ການທີ່ຕ້ອງມານັ່ງໂພສເທື່ອລະໂຊຊຽວເຮັດໃຫ້ເສຍເວລາໄດ້ ເຊິ່ງແອັບ Hootsuite ຈະຊ່ວຍແກ້ໄຂປັນຫານີ້. ໂຕແອັບສາມາດຕັ້ງເວລາໂພສແບບອັດຕະໂນມັດໄດ້ນຳອີກ.
3. ສຳຮອງຮູບພາບ ແລະ ວິດີໂອໄວ້ໃນ Google Phots ໂດຍອັດຕະໂນມັດ
Google Photos ເຮັດໃຫ້ເຮົາສາມາດສຳຮອງຮູບພາບໄວ້ໃນອິນເຕີເນັດ ແລະ ດຶງຄືນເມື່ອຕ້ອງການໄດ້ ແຕ່ຫຼາຍຄົນອາດຈະຍັງບໍ່ຮູ້ວ່າ ເຮົາສາມາດຕັ້ງໃຫ້ແອັບນີ້ສຳຮອງຂໍ້ມູນຮູບພາບ ແລະ ວິດີໂອໄດ້ໂດຍອັດຕະໂນມັດໄດ້ ເພື່ອປ້ອງກັນຮູບພາບ ແລະ ວິດີໂອທີ່ເຕັມໄປດ້ວຍຄວາມຊົງຈຳຂອງເຮົາໄວ້ ໃນເວລາທີ່ໂທລະສັບມືຖືຫາກຕົກເຮ່ຍເສຍຫາຍ. ວິທີເປີດໃຊ້ງານໃຫ້ເປີດແອັບ Google photos ຂຶ້ນມາ ຈາກນັ້ນກົດທີ່ເຄື່ອງໝາຍເສັ້ນສາມຂີດ ແລ້ວ ເລືອກ ການຕັ້ງຄ່າ (Settings). ຈາກນັ້ນ ກົດເຂົ້າ ສຳຮອງ ແລະ ຊິ້ງຂໍ້ມູນ (Back up & Sync) ແລ້ວກົດເປີດໃຊ້ງານ ຈາກນັ້ນເລືອກບັນຊີທີ່ຕ້ອງການສຳຮອງຂໍ້ມູນ. ເລື່ອນລົງດ້ານລຸ່ມແລ້ວເລືອກ ຂະໜາດອັບໂຫຼດ (Upload size) ເພື່ອເລືອກຂະໜາດຮູບພາບ ແລະ ວິດີໂອທີ່ຕ້ອງການສຳຮອງ ໂດຍຈະມີສອງໂຕເລືອກຄື: ຄຸນນະພາບສູງ High quality (ສາມາດສຳຮອງຮູບພາບໂດຍບໍ່ຈຳກັດ) ແລະ ຕົ້ນສະບັບ Original (ສາມາດສຳຮອງໄດ້ສູງສຸດ 15GB). ສ່ວນການສຳຮອງຜ່ານເຄືອຂ່າຍມືຖືແມ່ນໃຫ້ປິດໃຊ້ງານ ເພື່ອປ້ອງກັນການສິ້ນເປືອງແພັກເກັດອິນເຕີເນັດ.
4. ຕັ້ງການແຈ້ງເຕືອນເມື່ອໃຊ້ເນັດເກີນ ແລະປິດການໃຊ້ງານອິນເຕີເນັດແບບອັດຕະໂນມັດ
ຄຸນສົມບັດນີ້ມີມາໃຫ້ສຳລັບໂທລະສັບແອນດຣອຍທຸກເຄື່ອງ ໂດຍຈະເຮັດໃຫ້ເຮົາສາມາດຈຳກັດປະລິມານຂໍ້ມູນອິນເຕີເນັດ ແລະ ປິດການເຊື່ອມຕໍ່ເມື່ອຮອດຈຳນວນທີ່ຕັ້ງໄວ້ໄດ້ ເຊັ່ນ: 5GB. ການຕັ້ງຄ່າໃຫ້ໄປທີ່ ການຕັ້ງຄ່າ (Settings) > ການນຳໃຊ້ຂໍ້ມູນ (Data usage) > ການຕັ້ງຄ່າແພັກເກັດ (Billing circle) ແລ້ວພິມຈຳນວນຂໍ້ມູນທີ່ຈະໃຫ້ແຈ້ງເຕືອນ ແລະ ປິດເນັດເມື່ອໃຊ້ຮອດກຳນົດເຊັ່ນ: 1000 MB ແລະ ກຳນົດວັນທີເລີ່ມຕົ້ນຂອງແພັກເກັດແລ້ວກົດຕົກລົງ. ພຽງເທົ່ານີ້ກໍຈະຊ່ວຍໃກ້ເຮົາປອດໄພຈາກການຖືກດູດເງິນຈົນໝົດເມື່ອໃຊ້ເນັດເກີນໄດ້ແລ້ວ.
ຂໍຂອບໃຈ
ພາບ : Android Police