ລະວັງ! ແອັບເຫຼົ່ານີ້ສາມາດດູດເນັດຂອງທ່ານຈົນໝົດໂດຍທີ່ບໍ່ຮູ້ໂຕ ແລະ ນີ້ແມ່ນວິທີແກ້ໄຂ

ໂທລະສັບມືຖືຂອງທ່ານຕ້ອງການການເຊື່ອມຕໍ່ອິນເຕີເນັດເພື່ອໃຊ້ງານຫຼາຍສິ່ງຫຼາຍຢ່າງ ບໍ່ວ່າຈະເປັນການເຊື່ອມຕໍ່ຜ່ານ Wi-Fi ເຊິ່ງບໍ່ວ່າຈະໃຊ້ຫຼາຍເທົ່າໃດທ່ານກໍບໍ່ຄ່ອຍຈະກັງວົນ ແຕ່ວ່າ ການໃຊ້ງານຜ່ານສັນຍານ 3G ຫຼື 4G ພັດແຕກຕ່າງອອກໄປ ເພາະແອັບເຫຼົ່ານີ້ອາດຈະດູດເນັດຂອງທ່ານຈົນໝົດແພັກເກັດແບບບໍ່ຮູ້ໂຕ.
ສະນັ້ນ ເຮົາໄປເບິ່ງກັນເລີຍວ່າມີແອັບໃດແດ່ ແລະ ຈະແກ້ໄຂແນວໃດ (ສຳລັບຜູ້ໃຊ້ Android).
1. Facebook
Facebook ເປັນແອັບທີ່ກິນດາຕາຫຼາຍເພື່ອເຮັດໃຫ້ຜູ້ໃຊ້ມີປະສົບການການໃຊ້ງານທີ່ດີ ແຕ່ວ່າມັນພັດແລກມາດ້ວຍການດູດເນັດຢ່າງຮຸນແຮງ ເຊິ່ງຜູ້ໃຊ້ສາມາດແກ້ໄຂໄດ້ດັ່ງນີ້:
– ໄປທີ່ການເມນູການຕັ້ງຄ່າໃນແອັບແລ້ວເລືອກ App Settings
– ແນມຫາຄຳວ່າ Videos in News Feed Start With Sound ແລ້ວປິດມັນໄວ້
– ເລື່ອນລົງໄອີກແລ້ວຄົ້ນຫາ Autoplay ແລ້ວເລືອກເປັນ Autoplay on Wi-Fi only.
2. Instagram
Instagram ເປັນແອັບທີ່ເນັ້ນໃສ່ການແບ່ງປັນສິ່ງຕ່າງໆໂດຍສະເພາະຮູບພາບ ແລະ ວິດີໂອ ເຊິ່ງບັນດາເນື້ອຫາເຫຼົ່ານັ້ນຈະໂຫຼດໂດຍອັດຕະໂນມັດຢູ່ພື້ນຫຼັງຖ້າຫາກທ່ານບໍ່ປິດຄຸນສົມບັດນີ້ໃນການຕັ້ງຄ່າ.
– ເປີດ Settings ໃນແອັບ ແລະ ຄົ້ນຫາ Cellular Data Use.
– ຖ້າການຕັ້ງຄ່າເປັນ Default ສະແດງວ່າເນື້ອຫາທັງໝົດນັ້ນຈະຖືກໂຫຼດຢູ່ພື້ນຫຼັງ
– ເລືອກ Use Less Data ເພື່ອຢຸດການໂຫຼດເນື້ອຫາຢູ່ເບື້ອງຫຼັງ ແລະ ປະຢັດຂໍ້ມູນບາງອັນ.
3. YouTube
ແອັບ YouTube ຈະຫຼິ້ນວິດີໂອດ້ວຍຄຸນນະພາບຄວາມລະອຽດທີ່ແຕກຕ່າງກັນ ເຮັດໃຫ້ເປືອງອິນເຕີເນັດຫຼາຍ. ທ່ານສາມາດປ່ຽນການຕັ້ງຄ່ານີ້ໄດ້ຖ້າຢາກປະຢັດອິນເຕີເນັດ.
– ເປີດ Settings ໃນແອັບ ແລະ ເລືອກ General
– ຢູ່ຫົວຂໍ້ Limit mobile data usage ແລ້ວເລືອກຂີດຈຳກັດຄຸນນະພາບທີ່ທ່ານຕ້ອງການໃຊ້ໄດ້ເລີຍ.
4. ວິດເຈັດຂອງແອັບຕ່າງໆ
ວິດເຈັດແມ່ນສ່ວນໜຶ່ງຂອງແອັບຕ່າງໆທີ່ໃຊ້ສະແດງຂໍ້ມູນແບບຫຍໍ້ໆຈາກແອັບນັ້ນ ເຊິ່ງບາງອັນໃຊ້ຂໍ້ມູນພື້ນຫຼັງຫຼາຍ ເຊິ່ງຖ້າທ່ານບໍ່ຢາກເສຍເນັດຫຼາຍກໍຕ້ອງໄດ້ເຂົ້າໄປຕັ້ງຄ່າເທື່ອລະແອັບ. ເຊິ່ງວິດເຈັດຂອງແອັບທີ່ກິນເນັດຫຼາຍສ່ວນໃຫຍ່ຈະເປັນວິດເຈັດຂ່າວ, ວິທີແກ້ແມ່ນເຂົ້າໄປທີ່ການຕັ້ງຄ່າແອັບນັ້ນໆ ແລ້ວຄົ້ນຫາການຕັ້ງຄ່າອັດຕາການດຶງຂໍ້ມູນ (refresh rate) ແລ້ວປັບປ່ຽນເປັນຄ່າທີ່ທ່ານຕ້ອງການ.
5. ແລ້ວແອັບໃດອີກທີ່ທ່ານຄິດວ່າດູດເນັດຫຼາຍເຫຼືອເກີນ?
ລອງບອກເຮົາ ແລະ ຜູ້ອ່ານໃຫ້ຮູ້ເພີ່ມອີກ ຖ້າທ່ານຄິດວ່າຍັງມີແອັບອື່ນທີ່ໃຊ້ເນັດຫຼາຍ. ຄອມເມັ້ນເລີຍ.
ຂໍຂອບໃຈ
ຂໍ້ມູນ : mobiletalk.tv