ໜອງຄາຍສະເທືອນໜັກ ຖືກ 2 ເທົ່າ ດ່ານພາສີລາວ! ຈໍາກັດການແລກເງິນບໍ່ເກີນ 2.000ບາດ

ການຄ້າໜອງຄາຍ-ນະຄອນຫຼວງວຽງຈັນ ເລີ້ມມີການສະງັດ, ຍອດການຂາຍສິນຄ້າອຸປະໂພກ-ບໍລິໂພກ, ຄອມພິວເຕີ, ເຄື່ອງໃຊ້ໄຟຟ້າຂອງໄທຫຼຸດລະດັບຢ່າງໜ້າຕົກໃຈ. ຫຼັງຈາກທີ່ ສປປ ລາວ ໄດ້ມີການເຂັ້ມງວດໃນການເກັບມູນຄ່າພາສີເພີ່ມ ພ້ອມທັງມີບັນຫາກ່ຽວກັບການແລກປ່ຽນເງິນກີບເປັນເງິນບາດ ສູງສຸດບໍ່ເກີນມື້ລະ 2.000 ບາດ ເຮັດໃຫ້ກຸ່ມຄົນ shipping ຢຸດສັ່ງຊື້ຮັບ-ສົ່ງສິນຄ້າ.
ຫຼັງຈາກວັນທີ 30 ສິງຫາ 2016 ເປັນຕົ້ນມາ ກະຊວງການເງິນ ຂອງ ສປປ ລາວ ໄດ້ອອກກຳນົດວ່າດ້ວຍການເກັບພາສີມູນຄ່າເພີ່ມ ສຳລັບສິນຄ້າທີ່ຕິດໂຕມາກັບຜູ້ໂດຍສານອັດຕາ 10% ຂອງມູນຄ່າເຄື່ອງໃຊ້ໃນຊີວິດປະຈໍາວັນສຳລັບຜູ້ໂດຍສານທີ່ເດີນທາງເຂົ້າຜ່ານຊາຍແດນທີ່ບໍ່ມີລັກສະນະປະຈໍາ (ບໍ່ເກີນ 2ຄັ້ງ/ເດືອນ) ໂດຍຈະໄດ້ຮັບການຍົກເວັ້ນ ມູນຄ່າບໍ່ເກີນ 50ໂດລາ ຫຼືປະມານ 1.500ບາດ ແຕ່ໃນສ່ວນທີ່ເກີນແມ່ນຕ້ອງໄດ້ແຈ້ງພາສີເພີ່ມ. ໃນສ່ວນຜູ້ໂດຍສານທີ່ເດີນທາງເຂົ້າມາ ສປປ ລາວ ເປັນລັກສະນະຜ່ານຊາຍແດນ ລວມທັງສະໜາມບິນສາກົນ ຈະບໍ່ໄດ້ຮັບການຍົກເວັ້ນພາສີມູນຄ່າເພີ່ມຂອງເຄື່ອງໃຊ້ທີ່ຕິດໂຕມາກັບຜູ້ໂດຍສານໃນມູນຄ່າ 50ໂດລາ ຈາກມູນຄ່າຕົວຈິງຂອງລາຄາສິນຄ່າທີ່ມີການນຳເຂົ້າ.
ຈາກການສຳຫຼວດຂອງເຈົ້າໜ້າທີ ສປປ ລາວ ໄດ້ເລີ້ມເຂັ້ມງວດ ແລະ ໄດ້ສົ່ງຜົນກະທົບທັງທີ ໂດຍສະເພາະບັນດາປະຊາຊົນລາວຜູ້ທີ່ມັກຂ້າມໄປຈັບຈ່າຍຊື້ຊ້ອຍສິນຄ້າອຸປະໂພກ-ບໍລິໂພກ ທັງໃນໜອງຄາຍ ແລະ ອຸດອນ, ເນື່ອງຈາກໃນຂໍ້ກຳນົດດັ່ງກ່າວ ກຳນົດໃຫ້ຊື້ສິນຄ້າບໍ່ເກີນເທື່ອລະ 50ໂດລາ ຫຼື ປະມານຄົນບະ 1.500ບາດ ເດືອນລະບໍ່ເກີນ 2 ຄັ້ງ ເຮັດໃຫ້ປະຊາຊົນລາວຫຼາຍຄົນທີ່ໄປຊື້ສິນຄ້າໃນປະເທດໄທຕ່າງກໍພາກັນມີຄວາມຮັດກຸມໃນການຊື້ສິນຄ້າລາຍຂຶ້ນ. ທັງນີ້, ຈະມີການເລືອກຊື້ສິນຄ້າສະເພາະທີ່ຈໍາເປັນແທ້ໆເປັນອັນດັບທຳອິດກ່ອນ ຖ້າຫາກມູນຄ່າບໍ່ເກີນ 1.500ບາດ ກໍຈະຈັດສັນເງິນເພື່ອຊື້ສິນຄ້າຢ່າງອື່ນ. ໃນຂະນະທີ່ຮ້ານຄ້າ ຫຼື ຫ້າງຊັບພະສິນຄ້າຂອງໄທ ກໍຕ້ອງໄດ້ປັບຕົວໃນການບໍລິການລູກຄ້າຈາກປະເທດລາວ ໂດຍການແຍກໃບບິນໃຫ້ມູນຄ່າບໍ່ເກີນ 1.500ບາດ ຕໍ່ຄົນ ເພື່ອເປັນການກະແຈກຄວາມສ່ຽງອອກໄປ.
ທ່ານ ນິມິດ ສີອຳໄພ ນາຍດ່ານສາກົນໜອງຄາຍ ໄດ້ກ່າວເຖິງຜົນກະທົບກ່ຽວກັບມາດຕະການນີ້ວ່າ: ການຄ້າລະຫວ່າງລາວ-ໄທໃນກຸ່ມຜູ້ປະກອບການລາຍໃຫຍ່ທີ່ມີການນໍາເຂົ້າສິນຄ້າ ແລະ ເສຍພາສີຖືກຕ້ອງຕາມຂໍ້ກຳນົດບໍ່ໄດ້ມີການຫຼຸດລົງ ຫຼື ມີຜົນກະທົບໃດໆ. ແຕ່ກົງກັນຂ້າມ, ຂໍ້ກຳນົດເຫຼົ່ານັ້ນແມ່ນມີຜົນກະທົບຕໍ່ກັບປະຊາຊົນ ໂດຍສະເພາະແມ່ນບັນດາແມ່ຄ້າຊາວຂາຍລາຍຍ່ອຍ ລວມໄປເຖິງປະຊາຊົນຜູ້ທີ່ຂ້າມມາຊື້ເຄື່ອງອຸປະໂພກ-ບໍລິໂພກ ໄດ້ຫຼຸດລົງເຖິງ 20%-30% ເຊິ່ງຂໍ້ກຳນົດດັ່ງກ່າວໄດ້ມີຜົນກຳນົດຢ່າງຈິງຈັງ ເຊິ່ງຈະເລີ້ມປະຕິບັດນໍາໃຊ້ຕັ້ງແຕ່ວັນທີ 01 ພະຈິກ 2016 ນີ້.
ຜົນກະທົບດັ່ງກ່າວໄດ້ລວມໄປເຖິງບັນດາ shipping ເພາະໂດຍສ່ວນໃຫຍ່ແລ້ວຄູ່ຄ້າຂາຍລາວ-ໄທ ແມ່ນໃຊ້ບໍລິການ shipping ໃນການນໍາສົ່ງສິນຄ້າລະຫວ່າງປະເທດລາວ-ໄທ ໃນເມື່ອມີຂໍ້ກຳນົດດັ່ງກ່າວເຮັດໃຫ້ຜູ້ປະກອບທີ່ສະໜອງສິນຄ້າບໍ່ສາມາດແບກຮັບພາລະຄ່າໃຊ້ຈ່າຍນີ້ໄດ້ເພາະຈະເຮັດໃຫ້ຂາດທຶນ ເພາະຄູ່ຄ້າຊາວລາວສ່ວນໃຫຍ່ກໍບໍ່ຢາກເພີ່ມພາລະໃນສ່ວນນີ້ເຊັ່ນກັນ ເພາະເປັນການເພີ່ມຕົ້ນທຶນຂຶ້ນມາຈາກເດີມຕ້ອງຈ່າຍສະເພາະຄ່າຂົນສົ່ງເທົ່ານັ້ນເຊິ່ງທີ່ວ່າບໍ່ສູງຫຼາຍເຮັດໃຫ້ສາມາດມີກຳໄລ ຈຶ່ງເປັນຜົນເຮັດໃຫ້ຄູ່ຄ້າຫຼາຍລາຍມີການຢຸດການສັ່ງຊື້ຊົ່ວຄາວ. ນອກຈາກນີ້ແລ້ວ, ຍັງຕ້ອງພົບກັບບັນຫາການແລກປ່ຽນເງິນນໍາອີກ ເພາະຂໍ້ກຳນົດບໍ່ໃຫ້ມີການແລກປ່ຽນເງິນເກີນ 2.000ບາດ ຕໍ່ຄັ້ງ.
ຂໍຂອບໃຈ
ຂໍ້ມູນ : @nongkhaistation2832
ພາບ : @nongkhaistation2832