ຖ້າຂຸດດິນຈາກປະເທດລາວໄປຜ່ານໃຈກາງໂລກ ເຮົາຈະໄປຊອດຢູ່ບ່ອນໃດ?

ເມື່ອກ່ອນ ຄົນເຮົາມີຄວາມເຊື່ອວ່າ ໂລກໜ່ວຍນີ້ເປັນແຜ່ນພຽງ ຖ້າເດີນທາງໄປເລື້ອຍໆແລ້ວຈະຕົກຂອບໂລກ ເຊິ່ງນັກປາດຫຼາຍຄົນໄດ້ໂຕ້ແຍ້ງ ແລະ ມີຫຼັກຖານວ່າໂລກນັ້ນມີຮູບຮ່າງເປັນໜ່ວຍມົນຮີ. ແຕ່ຜູ້ອ່ານເຄີຍສົງໄສບໍ່ວ່າ ຈະເກີດຫຍັງຂຶ້ນຖ້າຫາກວ່າເຮົາຂຸດດິນລົງໄປເລື້ອຍໆ ຈົນຜ່ານໃຈກາງໂລກ ແລ້ວໄປຊອດອີກຟາກໜຶ່ງຂອງໂລກ ເຮົາຈະໄປປະກົດໂຕຢູ່ບ່ອນໃດ?
ມື້ນີ້ມ່ວນໄດ້ນຳເອົາຂໍ້ມູນຈາກເວັບໄຊ antipodesmap.com ມາໃຫ້ຮູ້ກັນ ໂດຍເວັບໄຊນີ້ມີເຄື່ອງມືທີ່ສາມາດເຮັດໃຫ້ເຮົາຮູ້ວ່າ ຖ້າຂຸດດິນລົງໄປຈາກບ່ອນທີ່ເຮົາຢູ່ຜ່ານໃຈກາງໂລກລົງໄປ ເຮົາຈະໄປຊອດຢູ່ບ່ອນໃດ. ໂດຍເຮົາໄດ້ລອງປ້ອນຊື່ແຕ່ລະເມືອງໃນລາວໃສ່ ປະກົດວ່າໄປຊອດຢູ່ເຂດມະຫາສະໝຸດປາຊີຟິກທີ່ຢູ່ຝັ່ງຕາເວັນຕົກຂອງທະວີບອາເມລິກາໃຕ້ ບໍລິເວນປະເທດເປຣູ. ເຮົາເຊື່ອວ່າ ເບິ່ງແຜນທີ່ຂ້າງລຸ່ມນີ້ແລ້ວຄົງບໍ່ມີໃຜຢາກຂຸດດິນໃຫ້ໄປຊອດອີກຟາກໂລກແນ່ນອນ.
ຂໍຂອບໃຈ
ຂໍ້ມູນ : antipodesmap.com