ອັບເດດສະຖານະການ ແລະ ຄວາມເສຍຫາຍ ເຫດໄຟໄໝ້ ສູນການຄ້າ ສາກົນ ຊັ່ງຈ່ຽງ (ພາບມູມສູງ)

ເຫດການໄຟໄໝ້ທີ່ ສູນການຄ້າ ສາກົນ ຊັ່ງຈ່ຽງ ນະຄອນຫລວງວຽງຈັນ ເມື່ອວັນທີ 14 ກໍລະກົດ ທີ່ຜ່ານມາ ໄດ້ສ້າງຄວາມເສຍຫາຍໃຫ້ແກ່ແມ່ຄ້າຊາວຂາຍໃນສູນການຄ້າແຫ່ງນີ້ເປັນຈຳນວນຫລາຍ. ເຊິ່ງຫລ້າສຸດເຈົ້າໜ້າທີ່ໄດ້ຄວບຄຸມໄຟໄດ້ແລ້ວ. ແນວໃດກໍຕາມ ຕອນນີ້ຍັງບໍ່ທັນມີລາຍງານກ່ຽວກັບສາເຫດທີ່ກໍ່ໃຫ້ເກີດໄຟໄໝ້ໃນຄັ້ງນີ້ຢ່າງແນ່ນອນເທື່ອ. ສ່ວນປະຊາຊົນທາງນອກກໍຢາກໃຫ້ລະມັດລະວັງບໍ່ໃຫ້ເຂົ້າໄປໃກ້ສະຖານທີ່ເກີດເຫດເພາະຈະເຮັດໃຫ້ເປັນອັນຕະລາຍໄດ້. ສ່ວນຄວາມຄືບໜ້າເພີ່ມເຕີມພວກເຮົາຈະມາລາຍງານໃຫ້ຮູ້ຕື່ມອີກ.
Advertisement
Replay Ad