Bizgital ໃຈດີ ຂະຫຍາຍເວລາດາວໂຫຼດແອັບວັດຈະນານຸກົມພາສາລາວຟຣີ ໂດຍບໍ່ມີກຳນົດ

Bizgital ຜູ້ພັດທະນາແອັບວັດຈະນານຸກົມພາສາລາວ ໄດ້ເປີດໃຫ້ດາວໂຫຼດແອັບ Lao Dictionary ເຊິ່ງເປັນແອັບວັດຈະນານຸກົມລາວແປລາວຟຣີ (ຈາກລາຄາປົກກະຕິ 2.99 ໂດລາ) ໄປແບບບໍ່ມີກຳນົດເວລາ ໃຜຍັງບໍ່ທັນມີ ຮີບດາວໂຫຼດດ່ວນ!
ແອັບ Lao Dictionary ໂດຍ Bizgital ເປັນແອັບວັດຈະນາຸກົມພາສາລາວທີ່ພັດທະນາໂດຍຄົນລາວເອງ ແລະ ພິເສດຄືເປັນແອັບວັດຈະນານຸກົມລາວແປລາວແອັບທຳອິດ ແລະ ແອັບດຽວທີ່ມີໃຫ້ໃຊ້ໃນລາວ ແລະ ໃນໂລກ. ຕົວແອັບອອກແບບມາໃຫ້ໃຊ້ງານຢ່າງງ່າຍດາຍໂດຍບໍ່ຕ້ອງເຊື່ອມຕໍ່ອິນເຕີເນັດ ພຽງແຕ່ເປີດແອັບຂຶ້ນມາແລ້ວກໍພິມຄຳທີ່ຕ້ອງການຄົ້ນຫາຄວາມໝາຍໄດ້ເລີຍ. ພາຍໃນແອັບມີຄຳສັບລາວແປລາວກວ່າ 13,000 ຄຳ ແລະ ນອກຈາກນັ້ນຍັງສາມາດແປຈາກລາວເປັນອັງກິດໃຫ້ໃຊ້ນຳອີກ ເຊິ່ງມີຫຼາຍກວ່າ 50,000 ຄຳ.
ດາວໂຫຼດແອັບ Lao Dictionary ໄດ້ຟຣີ ທັງສຳລັບ iOS ແລະ Android ຈາກລາຄາປົກກະຕິ 2.99 ໂດລາໄດ້ຕາມລິ້ງລຸ່ມນີ້:
Android: ດາວໂຫຼດໄດ້ທີ່ http://bit.ly/LaoDictionaryAndroid
iOS: ດາວໂຫຼດໄດ້ທີ່ http://bit.ly/LaoDictionaryiOS
ດາວໂຫຼດກັນດ່ວນເດີ້!