ປທສ ຈັດງານແຂ່ງຂັນໄອຊີທີ ຄັ້ງທຳອິດ ທີ່ນະຄອນຫຼວງວຽງຈັນ

ການແຂ່ງຂັນໄອຊີທີ ລາວ 2017 ລະດັບປະເທດຄັ້ງທຳອິດ ຈັດໂດຍກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ໃນຕອນເຊົ້າວັນນີ້ທີ 12 ກໍລະກົດ ຜ່ານມາ ທີ່ສູນກີລາບູໂດ ລາວ-ຍີ່ປຸ່ນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໂດຍມີທັງໝົດ 10 ທິມເຂົ້າຮ່ວມແຂ່ງຂັນ, ເຊິ່ງການແຂ່ງຂັນປະກອບມີ: ໄອທີການຄ້າ; ການຄຸ້ມຄອງ ແລະ ຄິດໄລ່ເງິນເດືອນລັດຖະກອນ; ການພັດທະນາເກມ; ການຊ່ວຍເຫລືອເດັກອໍທິສຕິກ; ໄອທີຫາຂໍ້ມູນດ້ານອິນເຕີເນັດເພື່ອຄົນລາວ; ແບບອັກສອນພາສາລາວ; ການພັດທະນາແອັບພຼິເຄຊັນ; ການພັດທະນເວັບໄຊ; ການບໍລິການອອນລາຍ ແລະ ການພັດທະນາໂປຣມແກຣມອື່ນໆ.
ຜ່ານການຄັດເລືອກ ແລະ ໃຫ້ຄະແນນໂດຍກຳມະການ, ທີມທີ່ໄດ້ຮັບລາງວັນຊະນະເລີດແມ່ນ ລາວອໍທິສຕິກ (ສະມາຄົມເພື່ອຄົນອໍທິສກຕິກ) ເຊິ່ງໄດ້ສົ່ງແອັບພຼິເຄຊັນ Lao Autism Talks ເຂົ້າແຂ່ງຂັນ, ຮອງຊະນະເລີດອັນດັບ 1 ແລະ ອັນດັບ 2 ໄດ້ແກ່ ໂຕະລາວ ເຊິ່ງໃຫ້ບໍລິການພື້ນທີ່ເຮັດວຽກຮ່ວມກັນ ແລະ Bizgital ເຊິ່ງເປັນສະຕາດອັບໃຫ້ບໍລິການດ້ານອອນລາຍຕ່າງໆ ໂດຍສະເພາະແມ່ນການຕະຫຼາດອອນລາຍ. ຜູ້ຊະນະເລີດອັນດັບໜຶ່ງໄດ້ຮັບ ລາງວັນມຸນຄ່າ 8 ລ້ານກີບ, ຮອງຊະນະເລີດອັນດັບ 1 ໄດ້ຮັບລາງວັນມູນຄ່າ 5 ລ້ານກີບ ແລະ ຮອງຊະນະເລີດອັນດັບ 2 ໄດ້ຮັບລາງວັນມູນຄ່າ 3 ລ້ານກີບ. ນອກຈາກນັ້ນ ຍັງຈະມີການສົ່ງທີມທີ່ຊະນະເລີດເຂົ້າຮ່ວມງານແຂ່ງຂັນໄອຊີທີອາຊຽນ 2017 ທີ່ຈະຈັດຂຶ້ນຢູ່ປະເທດກຳປູເຈຍອີກດ້ວຍ.