ໄຮໂດຣເຈນ (Hydrogen) ມືຖືລຸ້ນທຳອິດຂອງໂລກທີ່ສາມາດຍິງພາບແບບສາມມິຕິຂຶ້ນເໜືອໜ້າຈໍໄດ້

Hydrogen ແມ່ນຜົນງານຂອງ ເຈມ ແຈນນາດ (James Jannard) ຜູ້ຜະລິດກ້ອງຖ່າຍວິດີໂອຮູບເງົາ RED ແວ່ນຕາຍີ່ຫໍ້ດັງຂອງໂລກ Oakley ໂດຍມືຖືດັ່ງກ່າວແມ່ນມືຖືລຸ້ນທຳອິດຂອງໂລກທີ່ສາມາດຍິງພາບສາມມິຕິແບບ Hologram ຂຶ້ນເໜືອໜ້າຈໍໄດ້.
ຄວາມສາມາດຫຼັກຂອງມືຖື Hydrogen ນີ້ແມ່ນສາມາດສະແດງພາບຂຶ້ນເໜືອໜ້າຈໍມືຖືໄດ້ ທັງແບບ 3 ມິຕິ ແລະ ແບບ 2 ມິຕິ, ມາພ້ອມໜ້າຈໍຂະໜາດ 5.7 ນິ້ວ, ສາມາດສະແດງຜົນໄດ້ແບບ 2D, 3D, holographic RED Hydrogen 4-view content (H4V), stereo 3D, 2D/3D VR, AR ແລະ MR (Mixed Reality) ໂດຍບໍ່ຕ້ອງໃຊ້ອຸປະກອນເສີມໃດໆ.
ຕອນນີ້ມືຖືນີ້ຍັງບໍ່ທັນວາງຈຳໜ່າຍເທື່ອ ແຕ່ວ່າໄດ້ເປີດໃຫ້ສັ່ງຈອງແລ້ວໃນລາຄາ 9,890,000 ກີບສຳລັບລຸ້ນທຳມະດາ ແລະ 13,200,000 ກີບສຳລັບລຸ້ນ Titanium ແລະ ຜູ້ທີ່ສັ່ງຈອງຈະໄດ້ຮັບເຄື່ອງໃນຕົ້ນປີ 2018. ລາຍລະອຽດ ແລະ ວິດີໂອການໃຊ້ງານຕົວເຄື່ອງແແມ່ນຍັງບໍ່ທັນປ່ອຍອອກມາເທື່ອ.
ເຫັນແບບນີ້ກໍໄດ້ແຕ່ວ້າວ ບໍ່ຄິດວ່າເຕັກໂນໂລຊີແບບນີ້ຈະມາໄວເຖິງຂະໜາດນີ້. ແນວໃດກໍຖ້າເບິ່ງເຄື່ອງໂຕຈິງນຳກັນຕົ້ນປີໜ້າ.
ຂໍຂອບໃຈ
ຂໍ້ມູນ : Android Authority