ສະມາດໂຟນ ສາເຫດທີ່ເຮັດໃຫ້ເດັກນ້ອຍມີເຫົາເພີ່ມຂຶ້ນ

ຜົນວິໄຈເຜີຍ ສະມາດໂຟນ ເປັນເຫດທີ່ເຮັດໃຫ້ຈຳນວນເດັກນ້ອຍນັກຮຽນຕິດເຫົາເພີ່ມຂຶ້ນ ເນື່ອງຈາກເປັນອຸປະກອນທີ່ເຮັດໃຫ້ເດັກນ້ອຍ ມາລວມຕົວກັນເປັນກຸ່ມ ເຮັດໃຫ້ເຫົາໂດດໄປຍັງຫົວເດັກນ້ອຍຄົນອື່ນ
ຈາກການວິໄຈໂດຍມະຫາວິທະຍາໄລ ອອກຟອດ ໂດຍໃຫ້ພໍ່-ແມ່ ຫຼື ຜູ້ປົກຄອງທີ່ມາໃຊ້ບໍລິການຜະແນກເດັກ ແລະ ຜູ້ປ່ວຍນອກ ທີ່ໂຮງໝໍຈອນ ແຣດຄລິຟ ໃນອອກຟອດ ຕອບຄຳຖາມໃນແບບສອບຖາມ ປາກົດວ່າ ເດັກໄວຮຸ່ນກວ່າ 200 ຄົນ ທີ່ມີສະມາດໂຟນ ຫຼື ແທັບເລັດ ມີແນວໂນ້ມວ່າຈະຕິດເຫົາຫຼາຍກວ່າເດັກທົ່ວໄປເຖິງ 2 ເທົ່າ ແລະ ເກືອບເຄິ່ງໜຶ່ງຂອງຜູ້ເຂົ້າຮ່ວມວິໄຈທີ່ເຄີຍເຂົ້າຮ່ວມເມື່ອ 5 ປີກ່ອນ ມີເຫົາເພີ່ມຂຶ້ນ ເຖິງ 22 ເທົ່າ
ຢ່າງໃດກໍ່ຕາມ ໃນການວິໄຈຄັ້ງນີ້ ລະບຸວ່າ ການຖ່າຍພາບເຊລຟີ ບໍ່ແມ່ນປັດໄຈຫຼັກທີ່ເຮັດໃຫ້ເດັກຕິດເຫົາ ແຕ່ໜ້າຈະເປັນການທີ່ເດັກມາລວມຕົວກັນເພື່ອເບິ່ງສິ່ງຕ່າງໆ ຜ່ານສະມາດໂຟນ ແລະ ສົ່ງຜົນໃຫ້ເດັກມີແນວໂນ້ມຕິດເຫົາຫຼາຍຂຶ້ນ
ຂໍຂອບໃຈ
ຂໍ້ມູນ : noozup.news