ຮູບພາບມະຫັດສະຈັນຈາກຫຸ່ນຍົນທີ່ຢູ່ເທິງດາວອັງຄານໃນ 20 ປີທີ່ຜ່ານມາ

ນາຊາ (NASA) ໄດ້ສົ່ງຫຸ່ນຍົນສຳຫຼວດໄປດາວອັງຄານຫຼາຍໂຕແລ້ວ ຕັ້ງແຕ່ວັນທີ 4 ກໍລະກົດ 1997 ເຊິ່ງຕອນນີ້ກໍຄົບຮອບ 20 ປີພໍດີທີ່ນາຊາໄດ້ສົ່ງຫຸ່ນຍົນໃຫ້ໄປເກັບກຳຂໍ້ມູນເທິງພື້ນຜິວຂອງດາວເຄາະສີແດງທີ່ຊື່ວ່າ "ດາວອັງຄານ".
ເລີ່ມຕົ້ນທຳອິດໃນປີ 1997, ພວກເຂົາໄດ້ສົ່ງຫຸ່ນຍົນໂຕທຳອິດໄປຍັງດາວອັງຄານ ຫຸ່ນຍົນນັ້ນຊື່ວ່າ Mars Pathfinder ເຊິ່ງໄດ້ສຳຫຼວດພື້ນຜິວຂອງດາວອັງຄານເປັນເວລາສາມເດືອນ. ຫຼັງຈາກພາລະກິດດັ່ງກ່າວ, ກໍມີຫຸ່ນອີກ 8 ໂຕຖືກສົ່ງໄປສຳຫຼວດຕື່ມ.
ໃນປີ 2004, ຫຖ່ນຍົນ Spirit ແລະ Opportunity ໄດ້ລົງຈອດສຳຜັດໜ້າດິນຂອງດາວອັງຄານ ພາລະກິດຂອງພວກມັນແມ່ນຄົ້ນຫາຫຼັກຖານຂອງນ້ຳເທິງດາວທີ່ແຫ້ງແລ້ງນີ້ ເພື່ອພິສູດວ່າ ຄັ້ງໜຶ່ງດົນນານມາແລ້ວ ດາວດວງນີ້ເຄີຍເປັນດາວທີ່ມີນ້ຳມາກ່ອນ.
ຕໍ່ມາໃນປີ 2012, ຫຸ່ນຍົນທີ່ທັນສະໄໝທີ່ສຸດຂອງນາຊາກໍໄດ້ເດີນທາງໄປເຖິງດາວອັງຄານ. Curiosity ເປັນຫຸ່ນທີ່ຕິດຕັ້ງກ້ອງຖ່າຍຮູບ 17 ໂຕ, ເລເຊີ ແລະ ເຄື່ອງຂຸດເຈາະທີ່ສາມາດເກັບກຳຕົວຢ່າງຂອງດິນ ແລະ ຫິນ ເພື່ອຄົ້ນຫາຫິນທີ່ທຳອິດແລ້ວເກີດຂຶ້ນຢູ່ໃຕ້ນ້ຳ. ຫຼ້າສຸດ, Curiosity ໄດ້ສົ່ງຂໍ້ມູນໃໝ່ກ່ຽວກັບສິ່ງແວດລ້ອມຂອງບຶງບູຮານໃນເຂດ Mars' Gale Crater ກັບມາໃຫ້ນາຊາ.
ນອກນັ້ນ ໃນປີ 2018, ນາຊາ ຍັງຈະໄດ້ເລີ່ມພາລະກິດ InSight ເພື່ອສຶກສາຊັ້ນໃນຂອງດາວອັງຄານ ແລະ ໃນປີ 2020 ກໍມີແຜນທີ່ຈະສົ່ງຫຸ່ນອີກໂຕໄປສຶກສາສະພາບແວດລ້ອມທີ່ຄັ້ງໜຶ່ງອາດຈະເຄີຍມີສິ່ງມີຈຸລະຊີບອາໄສຢູ່.
ຂ້າງລຸ່ມນີ້ແມ່ນຮູບພາບໃນຕະຫຼອດ 20 ປີທີ່ຜ່ານມາ ທີ່ຖ່າຍໂດຍຫຸ່ນທີ່ໄປສຳຫຼວດດາວອັງຄານ.
ຂໍຂອບໃຈ
ຂໍ້ມູນ : National Geopgraphic