ເຮືອບິນອາຍພົ່ນສ່ວນຕົວແບບເພດານໃສແນມເຫັນທ້ອງຟ້າໄດ້ລຳທຳອິດຂອງໂລກມາແລ້ວ ລາຄາອາດສູງກວ່າ 820 ຕື້ກີບ

ຖ້າທ່ານກຳລັງຄິດຈະປ່ຽນເຮືອບິນອາຍພົ່ນສ່ວນຕົວຄັນເກົ່າ ແລ້ວໄປຊື້ຄັນໃໝ່ແທນ, ເຮືອບິນແບບເພດານໃສແນມເຫັນທ້ອງຟ້າໄດ້ອາດຈະເປັນທາງເລືອກທີ່ດີທີ່ສຸດສຳລັບທ່ານ.
ເຮືອບິນ Airbus ACJ319neo Infinito ມາພ້ອມກັບເພດານແບບໃສ ເຮັດໃຫ້ຜູ້ໂດຍສານສາມາດອີ່ມເອມກັບສຸນທະລີຍາພາບຂອງທ້ອງຟ້າທີ່ຢູ່ເໜືອພວກເຂົາ ເຊັ່ນດຽວກັບເວລາທີ່ທ່ານຂີ່ລົດສະປອດຄັນຫຼູທີ່ມີຫຼັງຄາແບບໃສ ແລະ ຖ້າຫາກທ່ານຮູ້ສຶກເບື່ອທີ່ຈະແນມເບິ່ງໂລກທີ່ຢູ່ເໜືອພື້ນດິນຂຶ້ນໄປຫຼາຍພັນແມັດ, ເພດານດັ່ງກ່າວກໍສາມາສາຍຮູບພາບໄດ້ນຳອີກ.
ເຮືອບິນອາຍພົ່ນສຳລັບຜູ້ໂດຍສານແປດຄົນທີ່ສຸດພິເສດນີ້ດ້ຮັບການອອກແບບເປັນພິເສດໂດຍບໍລິສັດ Airbus and Pagaini Automobili ເຊິ່ງເປັນບໍລິສັດຜະລິດເຮືອບິນແບບພິເສດສັນຊາດອິຕາລີ ທີ່ຜະລິດລົດເກ໋ງພຽງແຕ່ 45 ຄັນຕໍ່ປີ ອີງຕາມການລາຍງານຂອງແຫຼ່ງຂ່າວ. ນອກນັ້ນ ນັກອອກແບບຍັງໄດ້ໃຊ້ແຮງບັນດານໃຈຈາກສິລະປິນຊື່ດັງຊາວອິຕາລີ ລີໂອນາໂດ ດາ ວິນຊີ (Leonardo da Vinci).
ກ່ອນໜ້ານີ້ ມີເຮືອບິນອາຍພົ່ນສ່ວນຕົວລຸ້ນ Airbus A919neo ທີ່ລາຄາສູງເຖິງ 77 ລ້ານປອນ ເຊິ່ງຖືວ່າເປັນລາຄາທີ່ມະຫາໂຫດ! ແຕ່ໃນຕອນນີ້ ລຸ້ນ ACJ319neo ໄດ້ມາພ້ອມກັບຄວາມຫຼູຫຼາ ແລະ ສ່ວນເສີມທີ່ໜ້າປະທັບໃຈຫຼາຍຢ່າງ. ເຮືອບິນນີ້ ມາພ້ອມກັບຕຽງນອນຄູ່ທີ່ສະດວກສະບາຍ, ຫ້ອງກິນເຂົ້າ ແລະ ຫ້ອງອາບນ້ຳ. ຜູ້ໂດຍສານສາມາດເປີດໃຊ້ແຜ່ນແກ້ວທຶບແສງດ້ວຍການກົດປຸ່ມພຽງເທື່ອດຽວ ເມື່ອຕ້ອງການຄວາມເປັນສ່ວນຕົວ. ນອກນັ້ນ ຍັງມີໄຟແບບ LED ແລະ ໄຟປັບບັນຍາກາດເພື່ອສ້າງບັນຍາກາດທີ່ຜ່ອນຄາຍຢູ່ພາຍໃນເຮືອບິນ.
ເວົ້າໄດ້ວ່າກຸ່ມລູກຄ້າເປົ້າໝາຍຂອງລຸ້ນນີ້ແມ່ນຄົນຮັ່ງມີໃນໂລກນີ້. Pagani Automobili ຜູ້ກໍ່ຕັ້ງ Horacio Pagani ກ່າວວ່າ: "ສິລະປະ ແລະ ວິທະຍາສາດສາມາດຄຽງຄູ່ກັນໄດ້. ນີ້ແມ່ນປັດຊະຍາຂອງ Pagini. ທຳອິດ ການປະສົມປະສານລະຫວ່າງສິລະປະ ແລະ ວິທະຍາສາດຖືກນຳເອົາມໃຊ້ຮ່ວມກັນໂດຍສິລະປິນຊື່ດັງຂອງອິຕາລີ ລີໂອນາໂດ ດາ ວິນຊີ".
Benoit Defforge ຜູ້ອຳນວຍການຝ່າຍເຮືອບິນອາຍພົ່ນສຳລັບອົງກອນຂອງ Airbus ກ່າວວ່າ "ເພື່ອນຳເອົາສິ່ງທີ່ດີເລີດທີ່ສຸດມາສູ່ໂລກຂອງຊູເປີຄາ (supercar) ແລະ ເຮືອບິນອາຍພົ່ນ, ພວກເຮົາສາມາດເຊື່ອມຕໍ່ລູກຄ້າຂອງສິນຄ້າທັງສອງຢ່າງງົດງາມ ແລະ ໄຮ້ທີ່ຕິ ພ້ອມທັງນຳເອົາການອອກແບບຫ້ອງໂດຍສານທີ່ສົດໃໝ່ ແລະ ສ້າງຄວາມເພິງພໍໃຈໃຫ້ແກ່ຄວາມຕ້ອງການທຸກລະດັບ".
ຂໍຂອບໃຈ
ຂໍ້ມູນ : Metro