ວິທີຫຼຸດຄວາມສະຫວ່າງໜ້າຈໍ iPhone ໃຫ້ມືດກວ່າທີ່ເຄີຍເຮັດໄດ້ໂດຍບໍ່ຕ້ອງໃຊ້ແອັບເສີມ

ຈະເຮັດແນວໃດຫາກຢາກຫຼຸດແສງໜ້າຈໍໃຫ້ມືດກວ່າທີ່ເຮັດໄດ້ໃນຕອນນີ້? ຂະໜາດເປີດໂໝດກາງຄືນທີ່ຊ່ວຍຫຼຸດແສງສີຟ້າ ແລະ ຊ່ວຍຖະໜອມສາຍຕາແລ້ວ ກໍຍັງຮູ້ສຶກວ່າແສງໜ້າຈໍສະຫວ່າງຈ້າຈົນແສບຕາຢູ່ຄືເກົ່າ. ມື້ນີ້ ມ່ວນ ມີວິທີປັບແສງໜ້າຈໍໃຫ້ມືດກວ່າທີ່ເຄີຍເຮັດໄດ້ໂດຍບໍ່ຕ້ອງດາວໂຫຼດຫຍັງມາເພີ່ມ.
1. ກ່ອນອື່ນໝົດໃຫ້ໄປທີ່ການຕັ້ງຄ່າ (Settings) > General > Accessibility
2. ຈາກນັ້ນເລືອກ Zoom (ການຂະຫຍາຍ) ແລ້ວເປີດໃຊ້ງານ ຈາກນັ້ນໃຫ້ເລື່ອນລົງໄປທາງລຸ່ມແລ້ວເລືອກ Zoom Filter
3. ເລືອກ Low Light ຖືວ່າເປັນອັນສຳເລັດ. ຖ້າຕ້ອງການປິດໃຊ້ກໍພຽງແຕ່ເລືອກ None.
ເມື່ອເປີດໃຊ້ງານອັນນີ້ແລ້ວ ຈະເຮັດໃຫ້ແສງໜ້າຈໍຂອງເຮົາມືດລົງຢ່າງເຫັນໄດ້ຊັດ ຊ່ວຍໃຫ້ການໃຊ້ງານມືຖືໃນບ່ອນທີ່ມີແສງໜ້ອຍປອດໄພຕໍ່ສາຍຕາຍິ່ງຂຶ້ນ.