ຈຳປາສັກ ຄົ້ນພົບສະຖານບູຮານ ຄາດວ່າເກົ່າແກ່ກວ່າວັດພູຈຳປາສັກ

ຮຽບຮຽງໂດຍ: ແພງພັນ ຂັນຈະເລີນ
ສະຖານບູຮານໜອງດິນຈີ່ ແມ່ນສະຖານບູຮານ ທີ່ເກົ່າແກ່ແຫ່ງໜຶ່ງຂອງເຂດບ້ານໜອງຫອຍ ເມືອງໂພນທອງ ແຂວງຈໍາປາສັກ ເຊິ່ງຕັ້ງຢູ່ນອກຂອບເຂດຂອງມໍລະດົກໂລກວັດພູຈໍາປາສັກ. ຫ່າງຈາກສະຖານບູຮານວັດພູຈໍາປາສັກປະມານ 30 ກິໂລແມັດ ແລະ ເປັນສະຖານບູຮານ ທີ່ຕັ້ງຂຶ້ນຢູ່ເທິງພັກຕີນພູມະໂລງເບື້ອງຕາເວັນອອກ, ສະຖານບູຮານໜອງດິນຈີ່ເປັນສະຖານບູຮານຂະໜາດນ້ອຍ ເຊິ່ງປະກອບມີຫໍໄຫວ້ ທີ່ອ້ອມຮອບດ້ວຍກົມມະລຽນ ແລະ ມີໜອງສະ ຢູ່ເບື້ອງທິດຕາເວັນອອກ. ສະຖານທີ່ແຫ່ງນີ້ໄດ້ຮັບການກໍ່ສ້າງຂຶ້ນຕາມສັດທາຄວາມເຊື່ອຖື ຂອງສາສະໜາຮິນດູ ໂດຍຖືເອົາພູມະໂລງ ເພາະມີຈອມຄ້າຍຄືສັນຍາລັກຂອງພະສິວະເທບ ເປັນແຮງດຶງດູດໃນການກໍ່ສ້າງ ເພື່ອເປັນບ່ອນສັກກາລະບູຊາ ແກ່ເທບພະເຈົ້າທີ່ສູງສຸດຂອງສາສະໜາ.
ສັນນິຖານວ່າ: ອາດຈະສ້າງຂຶ້ນໃນລະຫວ່າງສະຕະວັດທີ 7. ສະຖານບູຮານຂະໜາດນ້ອຍແຫ່ງນີ້ສ້າງຂຶ້ນດ້ວຍດິນຈີ່ເກືອບທັງໝົດ, ຍົກເວັ້ນເສົາປະດັບຂອບປະຕູ ແລະ ທັບຫຼັງ ທີ່ມີການໃຊ້ດິນຊາຍເຂົ້າມາປະກອບໃສ່ ເພາະງ່າຍຕໍ່ການແກະສະລັກລວດລາຍຕ່າງໆ. ຜ່ານການເວລາອັນຍາວນານໂຕສະຖານບູຮານໄດ້ຖືກຍຸບລົງ ກາຍເປັນກອງດິນຈີ່, ໃນໄລຍະຕໍ່ມາປະຊາຊົນທ້ອງຖິ່ນ ຈຶ່ງເອີ້ນສະຖານບູຮານນີ້ວ່າ: ສະຖານບູຮານໜອງດິນຈີ່ ຕາມຄວາມເປັນຈິງທີ່ໄດ້ພົບເຫັນ. ສ່ວນຊື່ແທ້ດັ່ງເດີມຍັງບໍ່ທັນເຫັນປະກົດຢູ່ໃນຫຼັກຖານອັນໃດເລີຍ, ອີງໃສ່ການບອກເລົ່າຂອງປະຊາຊົນເຂດນັ້ນວ່າ: ຍັງມີຫີນຊາຍປະດັບໂຄງສ້າງ ແຕ່ຫັກພັງ ແລະ ຈໍານວນໜຶ່ງແມ່ນໄດ້ເຄື່ອນຍ້າຍໄປຕາມວັດຕ່າງໆເຊັ່ນ: ວັດບ້ານຄັນແຍງ, ສ່ວນສະຖານບູຮານເອງ ໃນປີ 1988-1989 ໄດ້ຖືກກຸ່ມຄົນບໍ່ດີລັກຂຸດຢູ່ໃຈກາງ ເພື່ອຊອກຫາຊັັບສົມບັດ ເຮັດໃຫ້ໂຄງສ້າງດ້ານລຸ່ມທີ່ຍັງເຫຼືອຖືກທໍາລາຍຢ່າງໜັກໜ່ວງ ແລະ ຕໍ່ມາເມື່ອປີ 2013 ຍ້ອນຄວາມຮູ້ເທົ່າບໍ່ເຖິງການຂອງຄູບາ ເພິ່ນໄດ້ເອົາລົດໄປຈົກໜອງບູຮານໃຫ້ກວ້າງອອກ ເພື່ອຈຸດປະສຸດຈະຂັງນໍ້າໃຫ້ພຽງພໍກັບການນໍາໃຊ້ ແລະ ປຸກສໍານັກສົງໃສ່ທາງເບື້ອງທິດເໜືອຂອງໂຕສະຖານບູຮານທີ່ເຮັດການທໍາລາຍ ແລະ ກົດດັນຕໍ່ຮ່ອງຮອຍເກົ່າແກ່ນີ້ໜັກຂຶ້ນ.
ການສໍາຫຼວດຂຸດຄົ້ນເລີ່ມແຕ່ປີ 1990 ຢູ່ພາກໃຕ້ຂອງລາວ, ແຕ່ເລີ່ມຂຸດຄົ້ນຢູ່ໜອງດິນຈີ່ແມ່ນ ວັນທີ 19 ເດືອນ 3 ປີ2014 ນັກວິຊາການໄດ້ກ່າວວ່າ: ສໍາລັບສະຖານບູຮານແຫ່ງນີ້ຖືວ່າແຕກຕ່າງຈາກສະຖານບູຮານແຫ່ງອື່ນໆ ແມ່ນຈະຮ່ວມສະໄໝກັບຊຳບໍເປຣີຍກຸກ ທີ່ຢູ່ໃນແຂວງກຳປົງທົມ ປະເທດກໍາປູເຈຍ ເຊິ່ງໜອງດິນຈີ່ນີ້ ຈະແຕກຕ່າງຈາກສິລະປະ ຫຼື ສະຖາປັດຕະຍະກໍາຍຸກຊຳບໍເປຣີຍກຸກ ແລະ ສະຖານບູຮານແຫ່ງນີ້ຢູ່ໃນລະຫວ່າງເສັ້ນຕັດກັນລະຫວ່າງທະວາຣະວະດີຢູ່ພາກອີສານຂອງປະເທດໄທ, ຈາມ ຢູ່ພາກກາງຂອງຫວຽດນາມ. ສິລະປະອັນນີ້ແມ່ນມີຄວາມແຕກຕ່າງ ເຊິ່ງບໍ່ແມ່ນສິລະປະຂອງ ຈາມ, ທະວາຣະວະດີ, ລາວ ແລະ ກໍາປູເຈຍ, ອັນນີ້ຖືເປັນຈຸດທີ່ສົນໃຈຕໍ່ກັບອະລິຍະທໍາຂອງສະຖານບູຮານດັ່ງກ່າວ.
ການຂຸດສໍາຫຼວດສະຖານບູຮານແຫ່ງນີ້ ໄດ້ດໍາເນີນມາເປັນເວລາ 3 ປີ ຜ່ານມາ ແລະ ຄາດວ່າຈະສືບຕໍ່ອີກໃນປີຕໍ່ໆໄປ. ແຕ່ສະຖານທີ່ນີ້ມີຄວາມສໍາຄັນຕໍ່ສໍານັກສົງຢູ່ທີ່ນີ້ເພາະວ່າມັນເປັນສີສັນອັນໜຶ່ງແຫ່ງຄວາມຜູກພັນກັບວັດສຸວັນນະຄູຫາ. ເພື່ອຊອກຫາທາງເລືອກຊ່ວຍກັນສໍາລັບອະນຸລັກຮັກສາ ຕ້ອງໃຊ້ເວລາ, ໃຊ້ງົບປະມານ ແລະ ໃນປັດຈຸບັນສິ່ງທີ່ຈະເຮັດໄດ້ຄືສ້າງຮູບຈໍາລອງ ແລະ ສ້າງປ້າຍອະທິບາຍ ເພື່ອອະນຸລັກ. ສະຖານບູຮານແຫ່ງນີ້ມີຄວາມໜ້າສົນໃຈສູງ ເນື່ອງຈາກສິ່ງທີ່ຄົ້ນພົບແມ່ນມີຄວາມແຕກຕ່າງທາງດ້ານສິລະປະທີ່ເປັນເອກະລັກອັນໜຶ່ງອັນດຽວບໍ່ຊໍ້າກັບບ່ອນອື່ນ ແລະ ບ່ອນນີ້ຄົງຈະເປັນຕົ້ນກໍາເນີດຂອງບັນດາສິລະປະຕ່າງໆຢູ່ໃນທ້ອງຖິ່ນເຂດນີ້. ເວົ້າເຖິງຄວາມເຊື່ອຖືກ່ອນຈະມີສະຖານບູຮານແຫ່ງນີ້ ມີຄວາມເຊື່ອວ່າສະຖານບູຮານແຫ່ງນີ້ຄົງຈະສ້າງພ້ອມໆກັນກັບສະຖານບູຮານວັດພູ ແຕ່ວັດພູຈໍາປາສັກ ຖືກສ້າງຂະຫຍາຍອອກໃນທ້າຍສະຕະວັດທີ 10 ຫາຕົ້ນສະຕະວັດທີ 11 ແລະ ສິ່ງກໍ່ສ້າງໃນສະຕະວັດທີ 7 ອາດຖືກຮື້ຖອນ ຫຼື ຖືກສ້າງຂຶ້ນໃຫມ່ທັບໃສ່.
ສະຖານບູຮານໜອງດິນຈີ່ແຫ່ງນີ້ຍັງຄົງຕົວ ແລະ ຕິດພັນກັບຄວາມເຊື່ອຂອງສາສະໜາ ໂດຍສະເພາະສາສະໜາຮິນດູ ທີ່ມີຕົ້ນກໍາເນີດຢູ່ອິນເດຍ ມັນໄດ້ແຜ່ເຂົ້າມາຮອດເຂດນີ້ ຍ້ອນເຂດນີ້ມີຈຸດພິເສດສະເພາະ ຄ້າຍກັບແນວຄວາມຄິດຄວາມຂອງຜູ້ເຊື່ອຖືສາສະໜາຮິນດູເພາະວ່າພູມີປະເທດຕ່າງໆຄ້າຍຄືກັນກັັບການຈໍາລອງຈັກກະວານ ເຊິ່ງມີສະຫວັນ ແລະ ມະຫາສະໝຸດອ້ອມຮອບ ຍ້ອນແນວນັ້ນສະຖານທີ່ຈອມພູເກົ້າ ແລະ ພູມະໂລງຈຶ່ງກາຍເປັັນແຮງດຶງດູດໃນການກໍ່ສ້າສະຖານບູຮານ.
ຂໍຂອບໃຈ
ຂໍ້ມູນ : ຂະແໜງວັດທະນະທໍາ ແຂວງຈໍາປາສັກ