ຄວາມລັບ 8 ຢ່າງທີ່ເຊື່ອງຢູ່ເບື້ອງຫຼັງສາກໜັງໂປ້!

ເບິ່ງໃຫ້ຮູ້ກັນໄປເລີຍ ວ່າໂລກຂອງໜັງໂປ້ມັນບໍ່ໄດ້ສະບາຍ ແລະຟິນຢ່າງທີ່ເຮົາຄິດກັນ!
ນັກສະແດງໜັງໂປ້ລະດັບເກົ໋າຄົນໜຶ່ງໄດ້ກ່າວຄຳເວົ້າທີ່ສຸດຄົມວ່າ “ໜັງໂປ້ ກໍປຽບຄືເປັນແຄ່ພາບສະທ້ອນຫຍັງບາງສິ່ງ” ເຊິ່ງກໍຄືກັບວົງການສະແດງທົ່ວໄປທີ່ທຸກຄົນກໍຢາກເຂົ້າໄປໂດ່ງດັງໃນຮໍລີວູດ ໃນອຸດສາຫະກຳໜັງໂປກໍເຊັ່ນກັນ ການເປັນດາລານັກສະແດງໜັງໂປ້ທີ່ມີຊື່ສຽງນັ້ນເປັນສິ່ງທີ່ໄວລຸ້ນອາເມລິກາຫຼາຍຄົນວາດຝັນໄວ້ວ່າຈະໄດ້ເປັນ
ແຕ່ກໍບໍ່ມີຫຍັງທີ່ໜ້າແປກທີ່ເຈົ້າຈະເຄີຍໄດ້ຍິນວ່າ ບໍ່ແມ່ນທັງໝົດທີ່ເຈົ້າໄດ້ເຫັນຢູ່ໃນໜັງໂປຈະເປັນເລື່ອງແທ້ໄປທຸກເລື່ອງ ແທ້ ໆແລ້ວມັນຍັງມີຢູ່ຫຼາຍສິ່ງ ຫຼາຍເລື່ອງທີ່ເຈົ້າບໍ່ຮູ້ສິ່ງທີ່ຢູ່ຫຼັງສາກການສະແດງໜັງໂປ ເຮົາມາເບິ່ງກັນວ່າມີຫຍັງແດ່
1 ການມີເຊັກເເບບມາລາທອນ
ການສະແດງໜັງໂປ້ເລື່ອງໜຶ່ງ ມັນເປັນວຽກທີ່ຈະຕ້ອງເຮັດແຂ່ງກັບເວລາ ສຳລັບໜັງໃຫຍ່ ທີ່ມີເງີນທຶນໃນການສ້າງ ຍ່ອມຈະຕ້ອງເຮັດເຊັ່ນນັ້ນ ເພາະມີຫຼາຍສາກຕ້ອງເກັບຕ້ອງແກ້ໃຫ້ສຳເລັດຮຽບຮ້ອຍສົມບູນ ໜັງໂປເລື່ອງໜຶ່ງມີໄລຍະເວລາໃນການສ້າງບໍ່ດົນຄືໜັງທົ່ວໄປ ອາດຈະພຽງແຕ່ສອງສາມມື້ ໄປຈົນເຖິງອາທິດ ແຕ່ກໍບໍ່ຫລາຍກວ່ານັ້ນ ແລະບັນຍາກາດຄົງບໍ່ໄດ້ເຕັມໄປດ້ວຍຄວາມມ່ວນຊື່ນຄືກັບການມີເຊັກໃນສະຖານທີ່ສ່ວນຕົວຂອງເຈົ້າເອງ ເພາະກອງຖ່າຍຈະປະກອບດ້ວຍທີມງານກວ່າສິບໆຊີວິດກຳກັບ ແລະຮີບຖ່າຍທຳການສະແດງການມີເຊັກເປັນເວລາຕໍ່ເນື່ອງອາດເປັນເທື່ອລະໜຶ່ງເຖິງສອງຊົ່ວໂມງເພື່ອໃຫ້ວຽກສຳເລັດຕາມກຳນົດເເຕ່ກໍມີການຢຸດພັກກິນນ້ຳ ກິນຂະໜົມ
2 ເກືອບຈະບໍ່ໃສ່ຖົງຢາງ
ເລື່ອງລາວຂອງໜັງໂປ້ທີ່ເອົາມາເວົ້າໃນມື້ນີ້ເປັນໜັງໂປ້ຝຣັ່ງ ເຊິ່ງບາງເລື່ອງອາດມີຄວາມແຕກຕ່າງຈາກໜັງເອວີຍີ່ປຸ່ນໂດຍສະເພາະເລື່ອງການໃຊ້ຖົງຢາງ ຫນັງໂປ້ໃນອາເມລິກາເກືອບທຸກຄ້າຍຜະລິດຂຶ້ນທີ່ San Fernando Valley ມີຜູ້ຜະລິດພຽງເຈົ້າດຽວເທົ່ານັ້ນຄື Wick Picture ທີ່ເຄັ່ງຄັດເລື່ອງການໃຫ້ນັກສະແດງສວມໃສ່ຖົງຢາງອະນາໄມ ແຕ່ສ່ວນທີ່ເຫຼືອນັ້ນບໍ່ໄດ້ເຄັ່ງຄັດ ຄືຈະໃສ່ກໍໄດ້ ບໍ່ໃສ່ກໍໄດ້ ແຕ່ນັກສະແດງທີ່ມີຂໍ້ຈຳກັດເລື່ອງຕ້ອງໃສ່ຖົງຢາງນັ້ນສ່ວນໃຫຍ່ຈະໄດ້ວຽກໜ້ອຍກວ່ານັກສະແດງທີ່ໄດ້ສົນໃຈໃນເລື່ອງນີ້ ຜູ້ຈັດສ່ວນໃຫຍ່ເຊື່ອວ່າຜູ້ຊົມທາງບ້ານທີ່ເສບໜັງໂປ້ສ່ວນໃຫຍ່ກໍບໍ່ຕ້ອງການເຫັນຖົງຢາງອະນາໄມໃນສາກໜັງ ມັນຄືເປັນການລົບຈິນຕະນາການທາງເພດ ແລ້ວປັດຈຸບັນການມີເຊັກແບບບໍ່ໃສ່ຖົງຢາງມັນປອດໄພບໍ່ ? ຄຳຕອບຄືໃນຊີວິດຈິງບໍ່ຫລາຍ ແຕ່ໃນໜັງ ທາງຜູ້ຈັດຕ້ອງມີການກວດສອບຄວາມປອດໄພກັນຕະຫລອດຢູ່ແລ້ວ
3 ຕ້ອງມີການລໍຖ້າການເເຂັງຕົວຂອງນັກສະແດງຝ່າຍຊາຍ
ການເປັນດາລານັກສະແດງຊາຍຂອງໜັງໂປຝຣັ່ງນັ້ນຖືໄດ້ວ່າເປັນງານຫິນເລີຍ ເພາະໜ້ອຍຄົົນທີ່ຈະມີຮ່າງກາຍແຂງແຮງ ແລະພ້ອມທີ່ຈະແຂງຕົວໄດ້ສະເໝີ ໂດຍບໍ່ຫວາດຫວັ່ນແມ່ນຈະຢູ່ຕໍ່ໜ້າກ້ອງ
4. ມັນເປັນໜັງທີ່ຜະລິດກັນງ່າຍໆຫລືບໍ່?
ມີການເຂົ້າໃຈໄປກັນເອງວ່າອາຊີບໃນແວດວົງການສ້າງໜັງໂປ້ນັ້ນເປັນອາຊີບທີ່ມ່ວນ ມີຄວາມສຸກຕະຫລອດເວລາ ເພາະການມີເຊັກເປັນຄວາມສຸກທີ່ເປັນສຸດຍອດແຫ່ງຄວາມປາດຖະຫນາຂອງມະນຸດ ແຕ່ຄວາມຈິງອາດບໍ່ເປັນເຊັ່ນນັ້ນ ຖ້າເຈົ້າໄດ້ມີໂອກາດເຂົ້າໄປຢູ່ສັງເກດການການຜະລິດໜັງໂປ້ຈັກມືື້ໜຶ່ງເຕັມໆເຈົ້າຈະເຫັນວ່າມັນບໍ່ງ່າຍເລີຍ ນັກສະແດງທັງຝ່າຍຍິງ ແລະຝ່າຍຊາຍຈະຕ້ອງແກ້ເຄື່ອງຢູ່ໜ້າຕາກ້ອງ ແສງໄຟ ແລະສະປອດໄລ້ໝົດມື້ ມີການປັບແກ້ຫຼາຍຕໍ່ຫຼາຍຊັອດ ຈົນກວ່າຈະໄດ້ມຸມກ້ອງທີ່ດີສຸດ ເປັນວຽກທີ່ທັງເມື່ອຍທັງຄຽດເລີຍ
5 ການຮັບວຽກເປັນແບບໃດ ?
ໂດຍທົ່ວໄປດາລານັກສະແດງໜັງໂປ້ກໍຄືອາຊີບຮັບຈ້າງອິດສະຫລະທົ່ວໄປ ການຫາວຽກໃນການເຂົ້າສູ່ວົງການໃນອາເມລິການັ້ນເຮັດໄດ້ສອງແບບຄືຜ່ານນາຍໜ້າຂອງບໍລິສັດຜູ້ຜະລິດ ແລະການຫາງານດ້ວຍຕົວເອງ ໂດຍເລີ່ມຈາກການໂຊຄວາມສາມາດ ບຸກຄະລິກໜ້າຕາ ໃນສະພາວະປັດຈຸບັນທີ່ສະພາວະເສດຖະກິດຕົກຕ່ຳ ແລະມີການລະເມີດລິຂະສິດ ໂດຍການເຜີຍແຜ່ໜັງໂປ້ອອນລາຍ ເຊິ່ງສ້າງຄວາມເສຍຫາຍໃຫ້ກັບທຸລະກິດນີ້ເປັນຢ່າງຫລາຍ ເຮັດໃຫ້ປັດຈຸບັນການຫາວຽກນີ້ຍາກຂຶ້ນ ແລະເຖິງຈະໄດ້ຮັບວຽກ ຄ່າຕົວທີ່ໄດ້ແຕ່ລະເລື່ອງກໍຄົງບໍ່ໄດ້ຫລາຍຄືກັບດັ່ງທີ່ຄາດຫວັງໄວ້ ຖ້ານາງບໍ່ແມ່ນນັກດາລາທີ່ມີຊື່ສຽງລະດັບປະເທດ
6 ບົດບາດຫນ້າທີ່ຂອງຜູ້ກຳກັບ
ແນ່ນອນວ່າການທີ່ຈະສ້າງໜັງໂປ້ອອກມາໃຫ້ໄດ້ຈັກເລື່ອງໜຶ່ງນັ້ນ ຄວາມສຳເລັດບໍ່ໄດ້ຢູ່ທີ່ເທັກນິກການສະແດງຂອງນັກສະແດງພຽງຢ່າງດຽວ ມັນຍັງມີອົງປະກອບອື່ນໆຮ່ວມນຳ ບໍ່ວ່າຈະເປັນບຸກຄະລາກອນຫຼາຍຝ່າຍ ບໍ່ວ່າຈະເປັນ ຜູ້ກຳກັບ ຄົນຂຽນບົດ ຕາກ້ອງ ຄົນແຕ່ງໜ້າ ແລະອື່ນໆທີ່ປາຖະອີກຫລວງຫລາຍ ຖ້າຜູ້ຈັດໃດຄິດວ່າຕົນມີງົບປະມານໜ້ອຍຈະສ້າງໜັງແບບເຖື່ອນໆ ເຊົ່າບ້ານໜຶ່ງຫຼັງ ແລະຈັດຫານັກສະແດງຊາຍຍິງມາຖ່າຍເຮັດກັນເອງຕາມອັດທະຍາໄສເລີຍໂດຍບໍ່ໄດ້ຮັບອະນຸຍາດຢ່າງຖືກຕ້ອງ ຮັບຮອງໄດ້ວ່າກອງຖ່າຍນັ້ນຈະໄດ້ຮັບການມາເຢືອນຂອງເຈົ້າຫນ້າທີ່ຕຳຫລວດ ແລະໄດ້ຍົກເລີກກອງຖ່າຍໄປແນ່ນອນ
7 ໃນການຖ່າຍທຳນັ້ນນັກສະແດງຈະຕ້ອງເຖິງຈຸດສຸດຍອດທຸກເທື່ອທຸກສາກເລີຍຫລືບໍ່
ນັກສະແດງບາງຄົນເຂົ້າສູ່ງວົງການໜັງໂປ້ ເພາະພວກເຂົາມີໃຈຮັກການມີເຊັກ ແລະຢາກມີເຊັກຕໍ່ໜ້າກ້ອງແທ້ ໆ ນັກສະແດງເຫຼົ່ານັ້ນຖືໄດ້ວ່າເປັນນັກສະແດງທີ່ມີໃຈຮັກໃນວຽກ ແລະສ່ວນໃຫຍ່ພວກເຂົາຈະເຖິງຈຸດສຸດຍອດແທ້ ໆ ລະຫວ່າງການຖ່າຍທຳ ແລະຫລິ້ນໄດ້ດີສົມບົດບາດຫລາຍ ແຕ່ກໍບໍ່ແມ່ນທຸກຄົົນທີ່ຈະເປັນນັກສະແດງທີ່ມີໃຈຮັກ ບາງຄົນເຂົ້າມາໃນວົງການນີ້ເພາະເຫດຜົນອື່ນກໍມີ
8 ຄວາມຮັກນັ້ນສຳຄັນແຕ່ວຽກຕ້ອງມາກ່ອນ
ບາງເທື່ອເມື່ອເຈົ້າເບິ່ງໜັງໂປເຈົ້າອາດຮູ້ສຶກວ່າພະເອກກັບນາງເອກໜັງໂປ້ຈະເປັນຄູ່ຮັກກັນແທ້ ໆ ເພາະເປັນຄູ່ສະແດງໜັງໂປ້ຮ່ວມກັນມາຫຼາຍເລື່ອງ ຈົນແຟນໆຄິດວ່າເປັນແຟນກັນແທ້ ແຕ່ກໍບໍ່ສະເໝີໄປ ເພາະບາງຄູ່ກໍອາດຈະບໍ່ໄດ້ເປັນຄູ່ຮັກກັນແທ້ ໆ ບາງຄູ່ອາດເປັນຄູ່ຮັກກັນມາກ່ອນເຂົ້າວົງການ ຫລືເກີດຄວາມຮັກຂຶ້ນລະຫວ່າງຢູ່ໃນວົງການ ເເຕ່ໃນວົງການນີ້ເລື່ອງຂອງຄວາມຮັກນັ້ນເປັນເລື່ອງທີ່ຈະຕ້ອງເອົາໄວ້ພາຍຫລັງ ເລື່ອງວຽກຕ້ອງມາກ່ອນ ເພາະບາງເທື່ອນັກສະແດງຕ້ອງໄປມີເຊັກກັບຄົນອື່ນໃນລະຫວ່າງການຖ່າຍທຳໜັງໂປ້ ເຊິ່ງຄົົນທີ່ມີເຊັກນຳນັ້ນທີ່ບໍ່ແມ່ນຄູ່ຮັກຂອງພວກເຂົາ ເຊິ່ງຄູ່ຮັກຂອງເຂົາເຫຼົ່ານັ້ນຈະຕ້ອງເປີດໃຈຍອມຮັບສິ່ງນີ້ໃຫ້ໄດ້ ເເລະຕ້ອງເເຍກໃຫ້ອອກລະຫວ່າງເລື່ອງວຽກກັບຄວາມຮັກ
ຂໍຂອບໃຈ
ຂໍ້ມູນ : Sanook! , https://pepperrr.net/th/articles/12987