ແບ່ງກຸ່ມແລ້ວ ເຕະບານ ສາຍ ກ 2017 ຂະນະທີ່ປີທຳອິດ ມີເຖິງ 15 ທີມຮ່ວມແຂ່ງຂັນ

ເມື່ອວັນທີ 23 ມິຖຸນາ 2017 ທີ່ຫ້ອງປະຊຸມໃຫຍ່ ສະຫະພັນບານເຕະແຫ່ງຊາດລາວ ບ້ານຫ້ວຍຫົງ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ໄດ້ມີພິທີຈັບສະຫຼາກການແຂ່ງຂັນເຕະບານ ລະດັບ ສາຍ ກ (LAO DIVISION 1) ປະຈຳປີ 2017, ພາຍໃຕ້ການເປັນປະທານຂອງ ທ່ານ ປະສິດ ສຸພາບ ຮອງປະທານສະຫະພັນບານເຕະແຫ່ງຊາດລາວ, ມີທ່ານ ປອ. ໄຊບັນດິດ ຣາຊະພົນ ເລຂາທິການສະຫະພັນບານເຕະແຫ່ງຊາດ ພ້ອມດ້ວຍຜູ້ຕາງໜ້າຈາກ 15 ສະໂມສອນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ສຳລັບການແຂ່ງຂັນເຕະບານ ລະດັບ ສາຍ ກ ປະຈຳປີ 2017 ແມ່ນມີທີມເຂົ້າຮ່ວມແຂ່ງຂັນທັງໝົດ 15 ສະໂມສອນ ແບ່ງອອກເປັນ 4 ກຸ່ມ. ຜ່ານການຈັບສະຫຼາກຜົນປາກົດວ່າ ກຸ່ມ A ປະກອບມີ ແບລາວ ອາຄາເດມີ, ສະຫວັນ ຊິຕີ, ປະກາຍເພັດ ເອັຟຊີ ແລະ ເມືອງຈັນທະບູລີ; ກຸ່ມ B ເຄພີເອັສ ເອັຟຊີ, ມະນີຈັນ ພີວີ ເອັຟຊີ, ເອສຣາ ເອັຟຊີ ແລະ ມາສເຕີ ເຊເວັນ; ກຸ່ມ C ກະຊວງປ້ອງກັນຄວາມສະຫງົບ ຫຼື ປກສ ເອັຟຊີ, ກະຊວງປ້ອງກັນປະເທດ ຫຼື ກອງທັບ ເອັຟຊີ, ນະຄອນຫຼວງ ຢູໄນເຕັດ ແລະ ຄິງໂລແມນ ເອັຟຊີ; ກຸ່ມ D ສະກໍປ້ຽນ ເອັຟຊີ, ດີເຄ ເອັຟຊີ ແລະ ມະຫາວິທະຍາໄລແຫ່ງຊາດ ຫຼື ມຊ ເອັຟຊີ.
ສ່ວນຮູບແບບຂອງການແຂ່ງຂັນຄັ້ງນີ້ ແມ່ນແບ່ງເປັນ 4 ກຸ່ມ, ກຸ່ມລະ 4 ສະໂມສອນ ເຊິ່ງຈະແບ່ງອອກເປັນຮອບຄືດັ່ງນີ້: ຮອບແບ່ງກຸ່ມ 15 ທີມ ແລະ ຮອບ 8 ທີມສຸດທ້າຍ (ແບ່ງອອກເປັນ 2 ກຸ່ມ ກຸ່ມລະ 4 ທີມ) ແຂ່ງຂັນແບບຄົບກັນໝົດທັງໄປ ແລະ ກັບ ເພື່ອເອົາທີມທີ່ມີຄະແນນອັນດັບ 1-2 ຂອງແຕ່ລະກຸ່ມ ຜ່ານເຂົ້າໄປຫຼິ້ນໃນຮອບ 4 ທີມສຸດທ້າຍ ເຊິ່ງໃນຮອບນີ້ແມ່ນຈະເຕະໄຂວ່ກັນທີມອັນດັບ 1 ຂອງກຸ່ມ ພົບກັບ ທີມອັນດັບ 2 ຂອງກຸ່ມຕ່າງກັນ (ອັນດັບ 1 ຂອງກຸ່ມເອ ພົບກັບ ອັນດັບ 2 ຂອງກຸ່ມບີ ແລະ ອັນດັບ 1 ຂອງກຸ່ມບີ ພົບກັບ ອັນດັບ 2 ຂອງກຸ່ມເອ) ໂດຍທີມທີ່ໄດ້ອັນດັບ 1 ຂອງສາຍ ກ ແມ່ນຈະເລື່ອນຊັ້ນຂຶ້ນໄປເຕະໃນການແຂ່ງຂັນເຕະບານ ລາວພຣີເມຍລີກ 2018 ແລະ ທີມອັນດັບ 2 ແມ່ນຈະໄດ້ໄປແຂ່ງຂັນຮອບຄັດເລືອກ ຫຼື Play off ກັບທີມອັນດັັບ 7 ຂອງການແຂ່ງຂັນເຕະບານ ລາວ ພຣີເມຍລີກ 2017 ເພື່ອຫາທີມເຂົ້າແຂ່ງຂັນ ລາວພຣີເມຍລີກ 2018. ທັງນີ້, ຖ້າຫາກວ່າ ສະໂມສອນໃນລາວພຣີເມຍລີກ ທີມໃດທີມໜຶ່ງ ຫຼື ຫຼາຍກວ່າ ມີການຖອນຕົວອອກຈາກການແຂ່ງຂັນລາວພຣີເມຍລີກ 2018 ນັັ້ນ, ສະໂມສອນທີ່ມີອັນດັບ 3, 4 ຫຼື 5 ຈະສາມາດເລື່ອນຂຶ້ນສູ່ລາວພຣີເມຍລີກໄດ້ຕາມລຳດັບ.
ຂະນະທີ່ການແຂ່ງຂັນແມ່ນຈະເລີ້ມໃນວັນທີ 8 ກໍລະກົດ 2017 ເຊິ່ງຈະແຂ່ງຂັນຢູ່ທີ່ສະໜາມເຝິກຊ້ອມຫ້ວຍຫົງ 1 ແລະ 2 ໃນຮອບແບ່ງກຸ່ມ ລວມທັງຮອບກ່ອນຮອງຊະນະເລີດ ຫຼື ຮອບ 8 ທີມສຸດທ້າຍ ແລະ ຮອບຮອງຊະນະເລີດ ຫຼື ຮອບ 4 ທີມສຸດທ້າຍ. ສ່ວນນັດຊີງຊະນະເລີດ ແມ່ນຈະຈັດຂຶ້ນທີ່ສະໜາມກິລາແຫ່ງຊາດ (ຫຼັກ 16).
ຊ້າງນ້ອຍ