5 ແອັບຊ່ວຍປະຢັດແບັດເຕີຣີທີ່ໜ້າໃຊ້ໃນ Android

ເຊື່ອວ່າຫຼາຍຄົນທີ່ມີໂທລະສັບສະມາດໂຟນບາງຄົນໜ້າຈະຖືແບັດເຕີຣີສຳຮອງຕິດຕົວກັນໄປແບບພະລຸງພະລັງ ສາຍສາກຫ້ອຍໜ້າຫ້ອຍຫຼັງ ເຫດຜົນກໍຍ້ອນແບັດເຕີຣີໝົດໄວເຫຼືອເກີນ. ມື້ນີ້ເຮົາເລີຍມີ 5 ແອັບຊ່ວຍປະຢັດແບັດເຕີຣີເດັດໆມາຝາກມາຕ້ອນ ເຊິ່ງບາງຕົວກໍຕ້ອງຣູດກ່ອນຈຶ່ງສາມາດໃຊ້ງານໄດ້.
Anplify (ຣູດ)
ແອັບ Amplify ເປັນແອັບທີ່ຄວບຄຸມຫຼາຍໆຢ່າງໃນເຄື່ອງເພື່ອເປັນການປະຢັດແບັດເຕີຣີໄດ້ ໂດຍມີຄວາມສາມາດໃນການຄວບຄຸມແອັບຕ່າງໆ, ໂມງປຸກ ແລະ ອື່ນໆທີ່ໃຊ້ພະລັງງານຫຼາຍ. ແອັບນີ້ອອກແບບໜ້າຕາແອັບມາໃນລັກສະນະ Material Design ໂດຍແອັບນີ້ມີໃຫ້ດາວໂຫຼດໃນ Play Store ໄດ້ຟຣີ.
Battery Saver 2016
Battery Saver 2016 ນັ້ນຈະຕິດຕາມການເຮັດວຽກຂອງແອັບອື່ນໆ ແລະ ສາມາດບອກໄດ້ວ່າແອັບໃດທີ່ໃຊ້ພະລັງແບັດເຕີຣີຫຼາຍ ພ້ອມທັງຮວມປຸ່ມເປີດປິດຄຸນສົມບັດຕ່າງໆໄວ້ໃນບ່ອນດຽວເຊັ່ນ: Wi-Fi, ການເຊື່ອມຕໍ່ອິນເຕີເນັດມືຖື, GPS, ຮູບແບບເທິງຍົນ, Bluetooth ແລະ ອື່ນໆອີກຫຼາຍຢ່າງ. ດາວໂຫຼດໄດ້ຟຣີທີ່ Play Store.
Greenify
Greenify ຈະເປັນແອັບທີ່ໃຊ້ໄດ້ທັງຜູ້ໃຊ້ທີ່ຜ່ານການຣູດມາແລ້ວ ຫຼື ບໍ່ຣູດກໍຍັງສາມາດໃຊ້ໄດ້ ໂດຍເປັນແອັບທີ່ບອກຂໍ້ມູນກ່ຽວກັບການເຮັດໃຫ້ໂທລະສັບເຮັດວຽກຢູ່ພື້ນຫຼັງຂອງແອັບຕ່າງໆໄດ້. ສຳລັບເຄື່ອງທີ່ບໍ່ໄດ້ຜ່ານການຣູດມານັ້ນຈະສາມາດຮັບຮູ້ຂໍ້ມູນໄດ້ແຕ່ພຽງຢ່າງດຽວ ໃນຂະນະເຄື່ອງທີ່ຜ່ານການຣູດມາແລ້ວນັ້ນສາມາດຢຸດການເຮັດວຽກຢູ່ພື້ນຫຼັງຂອງແອັບເຫຼົ່ານັ້ນໄດ້. ສາມາດດາວໂຫຼດໄດ້ຟຣີທີ່ Play Store.
GSam Battery Monitor
ແອັບນີ້ເປັນແອັບຕິດຕາມການໃຊ້ງານແບັດເຕີຣີຂອງແອັບຕ່າງໆໃນເຄື່່ອງ ຮວມທັງໃຫ້ຂໍ້ມູນກ່ຽວກບການໃຊ້ງານ CPU ແລະ ເຊັນເຊີຕ່າງ. ແອັບນີ້ມີທັງເວີຊັນຟຣີ ແລະ ເວີຊັນເສຍເງິນໃນລາຄາ 2.49 ໂດລາ. ທ່ານສາມາດດາວໂຫຼດແອັບນີ້ຟຣີໄດ້ທີ່ Play Store.
Servicely (ຣູດ)
ແອັບນີ້ເປັນແອັບສຳລັບເຄື່ອງທີ່ໄດ້ຜ່ານການຣູດມາແລ້ວ ເຊິ່ງຄວາມສາມາດກໍຈະຄ້າຍໆກັບແອັບອື່ນໆຂ້າງເທິງ ເຊິ່ງໂຕແອັບເອງຈະລະບຸແອັບທີ່ມີການປຸກໂທລະສັບຂຶ້ນມາ ແລະ ແອັບທີ່ກິນພະລັງງານເຊັ່ນ: Facebook. ສາມາດດາວໂຫຼດໄດ້ຟຣີທີ່ Play Store.