ສຳພາດອາຈານ ກະຕ່າຍ ໄຊຍະສົມບັດ ຜູ້ນຳພາທີມຕົວແທນປະເທດລາວເຂົ້າແຂ່ງຂັນຫຸ່ນຍົນທີ່ສະຫະລັດອາເມລິກາ

ມື້ນີ້ມ່ວນຈະພາທ່ານຜູ້ອ່ານໄປຮູ້ຈັກກັບ Champa Maker Club ເຊິ່ງເປັນທີມນັກພັດທະນາຫຸ່ນຍົນຈາກພາກວິຊາຄອມພິວເຕີ ແລະ ໄອທີ, ຄະນະວິສະວະກຳສາດ ມະຫາວິທະຍາໄລແຫ່ງຊາດ. ເຊິ່ງທີມດັ່ງກ່າວຈະເປັນຕົວແທນປະເທດລາວເຂົ້າຮ່ວມການແຂ່ງຂັນຫຸ່ນຍົນໃນລາຍການ FIRST Global Challenge ທີ່ຈະຈັດຂຶ້ນທີ່ DAR Constitution Hall ລັດວໍຊິງຕັນ ດີຊີ ປະເທດ ສະຫະລັດອາເມລິກາ ໃນເດືອນ ກໍລະກົດ 2017.
ໃຫ້ອາຈານແນະນຳຕົວເອງແດ່
ອາຈານຊື່ວ່າ ກະຕ່າຍ ໄຊຍະສົມບັດ ເປັນອາຈານຈາກພາກວິຊາຄອມພິວເຕີ ແລະ ໄອທີ ຄະນະວິສະວະກຳສາດ ມະຫາວິທະຍາໄລແຫ່ງຊາດ ຮັບຜິດຊອບຊີ້ນຳທີມສ້າງຫຸ່ນຍົນເພື່ອເຂົ້າຮ່ວມແຂ່ງຂັນຫຸ່ນຍົນໃນລາຍການ FIRST Global Challenge ທີ່ຈະຈັດຂຶ້ນທີ່ DAR Constitution Hall ລັດວໍຊິງຕັນ ດີຊີ ປະເທດ ສະຫະລັດອາເມລິກາ.
ເຮັດແນວໃດຈຶ່ງໄດ້ເຂົ້າຮ່ວມການແຂ່ງຂັນຫຸ່ນດັ່ງກ່າວ? ແລະ ການແຂ່ງຂັນນີ້ເປັນການແຂ່ງຂັນຫຸ່ນແບບໃດ?
ເຮົາໄດ້ເຂົ້າຮ່ວມການແຂ່ງຂັນລາຍການດັ່ງກ່າວຈາກການເຊື້ອເຊີນຂອງຜູ້ຈັດງານ FIRST Global Challenge ໂດຍມີຜູ້ເຂົ້າຮ່ວມຈາກຫຼາຍປະເທດທົ່ວໂລກ. ການແຂ່ງຂັນແມ່ນແບ່ງອອກເປັນ 3 ຮູບແບບຄື: 1. ໃຫ້ຫຸ່ນຍົນແຍກສິ່ງແປກປອມອອກຈາກນ້ຳ ເຊິ່ງອັນນີ້ຈະມີໝາກບານສອງແບບຄື ໝາກບານສີຟ້າ ແທນນ້ຳ ແລະ ໝາກບານສີສົ້ມ ແທນສິ່ງແປກປອມ ແລະ ຫຸ່ນຕ້ອງແຍກໝາກບານສີສົ້ມນີ້ອອກຈາກໝາກບານສີຟ້າ. 2. ຈາກນັ້ນຫຸ່ນຕ້ອງຍົກຕົວໃຫ້ສູງທີ່ສຸດ ເຊິ່ງໃນການແຂ່ງຂັນຈະມີຮາວໃຫ້ຫຸ່ນໃຊ້ຍົກຕົວ ແລະ 3. ຫຸ່ນຕ້ອງນຳເອົາໝາກບານສີສົ້ມທີ່ແຍກອອກມາໄປວາງໄວ້ໃນພາຊະນະ ຫຼື ຮູທີ່ທາງຜູ້ຈັດງານກຳນົດໄວ້.
ແລ້ວທີມຜູ້ເຂົ້າແຂ່ງຂັນທີ່ເປັນຕົວແທນປະເທດລາວມີໃຜແດ່?
ທີມຕົວແທນຜູ້ເຂົ້າແຂ່ງຂັນ ແມ່ນປະກອບດ້ວຍນັກສຶກສາ 4 ຄົນ ແລະ ຄູນຳພາ 1 ຄົນ ເຊິ່ງກໍຄືອາຈານເອງ. ຕອນນີ້ແມ່ນເຮົາຍັງບໍ່ສາມາດເປີດເຜີຍລາຍຊື່ຂອງທັງ 4 ຄົນນັ້ນໄດ້ເທື່ອ ແຕ່ວ່າໄດ້ມີການຄັດເລືອກກັນແລ້ວ ຖ້າຫຸ່ນຂອງພວກເຮົາພ້ອມແລ້ວ ເຮົາຈະເປີດເຜີຍລາຍຊື່ໃຫ້ທີມງານມ່ວນຮູ້ແນ່ນອນ.
ຫຸ່ນຍົນທີ່ທາງ Champa Maker Club ພັດທະນາຂຶ້ນມາມີຊື່ແລ້ວບໍ່?
ຊື່ທີ່ເຮົາຈະຕັ້ງໃຫ້ຫຸ່ນຂອງເຮົາອາດຈະໃຊ້ຊື່ວ່າ Champa Bot ຫຼື Champa ເສີຍໆກໍໄດ້.
ທັງໝົດນັ້ນກໍແມ່ນຂໍ້ມູນເບື້ອງຕົ້ນທີ່ທາງເຮົາໄດ້ມາຈາກອາຈານກະຕ່າຍ ເຊິ່ງເຮົາ ທີມງານມ່ວນ ກໍຂໍເປັນກຳລັງໃຈໃຫ້ອາຈານ ແລະ ທີມໄດ້ຮັບໄຊຊະນະໃນການແຂ່ງຂັນຄັ້ງນີ້. ສ່ວນຂໍ້ມູນຕົວແທນທີ່ຈະເຂົ້າແຂ່ງຂັນທີ່ສະຫະລັດອາເມລິກາ ເມື່ອມີການເປີດເຜີຍອອກມາແລ້ວ ເຮົາຈະຕາມໄປສຳພາດມາໃຫ້ທຸກຄົນໄດ້ຮູ້ຈັກນຳກັນແນ່ນອນ.
ຮ່ວມເປັນກຳລັງໃຈ ແລະ ຕິດຕາມຂໍ້ມູນການເຄື່ອນໄຫວຂອງທີມ Champa Maker Club ໄດ້ທີ່ Facebook ຂອງທີມ.
ຂໍຂອບໃຈ
ພາບ : Champa Maker Club