"ຫົງ" ຍິ້ມ! "ໂຊລັນເກ້" ຊິວແຄ່ງດີເດັ່ນບານໂລກຢູ20 ຄວບຮອງດາວຊັນໂວຮ່ວມ

ແຄ່ງຕົວໃໝ່ຫົງແດງລິເວີພູ ໂດມິນິກ ໂຊລັນເກ້ ກອງໜ້າຕົວເກັ່ງອາຍຸ 19 ປີ ຂອງທີມຊາດອັງກິດຢູ-20 ຜະຫງາດຄວ້າລາງວັນນັກເຕະດີເດັ່ນປະຈຳທົວນາເມັ້ນໃນການແຂ່ງຂັນເສິກບານໂລກ 2017 ລຸ້ນອາຍຸບໍ່ເກີນ 20 ປີ ໄປຄອງ ຫຼັງຈາກເຮັດຜົນງານໄດ້ຢ່າງດີເດັ່ນ.
ຈົບລົງໄປແລ້ວສຳລັບເຕະບານລາຍການຊິງແຊ້ມໂລກ 2017 ລຸ້ນອາຍຸບໍ່ເກີນ 20 ປີ ແລະ ແຊ້ມປີນີ້ຕົກເປັນຂອງທີມຊາດອັງກິດ ຫຼັງນັດຊິງເສືອນເອົາຊະນະ ທີມຊາດເວເນຊຸເອລ່າ ຫວຸດຫວິດ 1-0 ເມື່ອວັນອາທິດທີ 11 ມິຖຸນາທີ່ຜ່ານມາ ເປັນການຄວ້າແຊ້ມໂລກທີ່ລໍຖ້າມາດົນ ເຊິ່ງເທື່ອຫຼ້າສຸດທີ່ໄດ້ແຊ້ມລະດັບໂລກຕ້ອງຍ້ອນໄປປີ 1966.
ດ້ານ ໂດມິນິກ ໂຊລັນເກ້ ກອງໜ້າຕົວໃໝ່ທາແດງຂອງທີມລິເວີພູ ທີ່ຫລິ້ນໄດ້ຢ່າງໂດດເດັ່ນດີເລີດຕະຫຼອດທົວນາເມັ້ນນີ້ ໄດ້ຮັບລາງວັນນັກເຕະດີເດັ່ນໄປຄອງ ພ້ອມກັບຮອງດາວຊັນໂວຮ່ວມ ດ້ວຍຜົນງານຍິງໄປ 4 ປະຕູ ຂະນະທີ່ດາວຊັນໂວເຮັດປະຕູຫຼາຍສຸດເປັນຂອງ ຣິກຄາໂດ້ ອໍໂຊລິນີ້ ຂອງທີມຊາດອິຕາລີ ທີ່ຊັດໄປ 5 ໜ່ວຍ.
ຂະນະທີ່ ເຟນເດຣິກ ວູ້ດແມນ ນາຍດ່ານທີມຊາດອັງກິດໄດ້ຮັບລາງວັນຜູ້ຖືກຮັກສາປະຕູດີເດັ່ນ ຫລື ຖົງມືຄຳ. ສ່ວນທີມແຟຣ໌ເພຼ ເປັນຂອງ ທີມຊາດເມັກຊິໂກ ຄວ້າໄປຄອງ. ນອກນັ້ນ ດີເອໂກ້ ມາຣາໂດນາ, ຮາເວຍ ຊາບິໂດລາ, ລີໂອເນວ ເມັດຊີ, ເຊີຄິໂອ ອາເກວໂຣ ແລະ ພໍ ປັອກບາ ຕ່າງກໍເຄີຍຄວ້າລາງວັນນັກເຕະດີເດັ່ນໃນເສິກບານໂລກ ຢູ-20 ມາແລ້ວ.
ຂໍຂອບໃຈ
ຂໍ້ມູນ : Sanook! Sport