ແນະນຳແອັບຕິດຕາມການໃຊ້ອິນເຕີເນັດສຳລັບ iPhone ປ້ອງກັນການໃຊ້ເນັດເກີນ

ປັນຫາການໃຊ້ອິນເຕີເນັດເກີນແພັກເກັດຈົນພາໃຫ້ເສຍເງິນຄ່າໂທຈົນໝົດບັນຊີຍັງຄົງເປັນປັນຫາກວນໃຈສຳລັບຫຼາຍໆຄົນ ເຊິ່ງໃນ iOS ເອງຍັງບໍ່ທັນມີລະບົບຈຳກັດປະລິມານຂໍ້ມູນອິນເຕີເນັດທີ່ນຳໃຊ້ເທື່ອ ແຕ່ວ່າເຮົາສາມາດນຳໃຊ້ແອັບສຳລັບຕິດຕາມປະລິມານການນຳໃຊ້ອິນເຕີເນັດແທນໄດ້.
ແອັບທີ່ມ່ວນຂໍແນະນຳສຳລັບຕິດຕາມປະລິມານການໃຊ້ງານອິນເຕີເນັດສຳລັບ iOS ແມ່ນ My Data Manager - Track data usage and save money ເຊິ່ງເປັນແອັບຟຣີ. ຄຸນສົມບັດຫຼັກໆຂອງແອັບນີ້ປະກອບມີ:
- ຕິດຕາມກວດກາປະລິມານການນຳໃຊ້ອິນເຕີເນັດ ເຊິ່ງລວມມີ: ອິນເຕີເນັດມືຖື, Wi-Fi ແລະ
- ຕັ້ງເຕືອນຄວາມຈຳເພື່ອຫຼີກລ້ຽງການໃຊ້ງານຂໍ້ມູນຈົນເກີນແພັກເກັດທີ່ໃຊ້.
- ປະຫວັດການນຳໃຊ້ຂໍ້ມູນອິນເຕີເນັດ.
- ຈັດການການນຳໃຊ້ອິນເຕີຂອງຫຼາຍອຸປະກອນພ້ອມກັນ
ຈຸດເດັ່ນອີກຢ່າງຂອງແອັບນີ້ແມ່ນບໍ່ມີໂຄສະນາ ເຖິງວ່າຈະເປັນແອັບຟຣີກໍຕາມ.
ວິທີຕັ້ງຄ່າແຈ້ງເຕືອນເມື່ອແພັກເກັດອິນເຕີເນັດໃກ້ຈະໝົດ
- ເປີດແອັບມາແລ້ວກົດ Settings
- ເລືອກ My Plans.
- ຈາກນັ້ນເລືອກ Set Mobile Plan
- ເລືອກ Set Individual Plan > prepaid ແລ້ວ ພິມປະລິມານຂໍ້ມູນແພັກເກັດທີ່ເຮົາສະໝັກໃສ່. ຕົວຢ່າງເຊັນ: ສະໝັກແພັກເກັດ 3 GB ກໍພິມໃສ່ວ່າ 3 ແລ້ວເລືອກ ຈາກນັ້ນກົດ Next
- ຈາກນັ້ນເລືອກໄລຍະເວລາທີ່ແພັກເກັດຈະໝົດອາຍຸ ໂດຍກົດທີ່ Ending ແລ້ວເລືອກ 7 days, 30 days, 60 days ຫຼື 90 days ຫຼື ແຕະ Custom End Date ເພື່ອເລືອກວັນທີທີ່ແພັກເກັດໝົດອາຍຸດ້ວຍຕົນເອງ ແລ້ວກໍກົດເລືອກວັນທີໄດ້ທັນທີ. ຈາກນັ້ນກົດ Done.
- ພຽງເທົ່ານີ້ທ່ານກໍເປັນອັນຮຽບຮ້ອຍ ເມື່ອທ່ານໃຊ້ງານແພັກເກັດຮອດ 90% ແລ້ວ ທ່ານກໍຈະໄດ້ຮັບແຈ້ງເຕືອນ ເພື່ອປ້ອງກັນບໍ່ໃຫ້ໃຊ້ງານອິນເຕີເນັດເກີນແພັກເກັດ.
ຕິດຕັ້ງແອັບນີ້ໄດ້ທີ່ App Store.
Advertisement
Replay Ad