4 ເລື່ອງທີ່ຄວນເຮັດເມື່ອມືຖືຂອງທ່ານມີອັບເດດໃຫຍ່

ການໃຊ້ມືຖືທຸກມື້ນີ້ມັກຈະມີເລື່ອງຂອງການອັບເດດຊອບແວພາຍໃນເຄື່ອງ ເຊິ່ງບາງຄົນອາດຈະອັບເດດແດ່ ຫຼື ບໍ່ອັບເດດແດ່ກໍມີ. ແນວໃດກໍຕາມ ເມື່ອມືຖືມີການອັບເດດລະບົບໃຫຍ່ ເຮົາຈະຕ້ອງເຮັດຫຍັງແດ່ນັ້ນ ມື້ນີ້ທີມງານມ່ວນເຮົາມີເຄັດລັບ 4 ຢ່າງມາຝາກກັນ.
ສາກແບັດເຕີຣີໃຫ້ເຕັມ
ສິ່ງທຳອິດທີ່ຄວນເຮັດແມ່ນ ສາກແບັດເຕີຣີໃຫ້ເຕັມ ເພາະມືຖືຂອງທ່ານອາດຈະມີໄຟບໍ່ພໍໃນການໃຊ້ອັບເດດລະບົບປະຕິບັດການ ເຊິ່ງຖ້າເກີດມືຖືຂອງທ່ານແບັດເຕີຣີໝົດໃນລະຫວ່າງອັບເດດມັກຈະສົ່ງຜົນທີ່ບໍ່ດີແນ່ນອນ. ສະນັ້ນ ບັນດາຜູ້ຜະລິດມືຖື ຈຶ່ງນິຍົມເຮັດລະບົບແຈ້ງເຕືອນໃຫ້ຜູ້ໃຊ້ສາກແບັດເຕີຣີມືຖືກ່ອນເຮັດການອັບເດດ.
ກວດເບິ່ງວ່າພື້ນທີ່ຂອງເຄື່ອງຕ້ອງພຽງພໍ
ແນ່ນອນວ່າພື້ນທີ່ຄວາມຈຳພາຍໃນຕົວເຄື່ອງແມ່ນມີຄວາມສຳຄັນຫຼາຍຕໍ່ການອັບເດດລະບົບປະຕິບັດການ ເຊິ່ງທ່ານອາດຈະບໍ່ຮູ້ວ່າການອັບເດດແຕ່ລະເທື່ອນັ້ນຕ້ອງການພື້ນທີ່ເທົ່າໃດ ເຊິ່ງການເຫຼືອພື້ນທີ່ຄວາມຈຳໄວ້ຫຼາຍໆ ໂດຍການລຶບແອັບທີ່ບໍ່ຈຳເປັນ ແລະ ຍ້າຍຮູບໄປຝາກໄວ້ຢູ່ບໍລິການອອນລາຍ ຫຼື ໄວ້ຢູ່ຄອມພິວເຕີ ກໍເປັນອີກທາງເລືອກໜຶ່ງທີ່ໜ້າສົນໃຈບໍ່ໜ້ອຍ.
ກວດສອບການເຊື່ອມຕໍ່ Wi-Fi
ອີກໜຶ່ງປັດໃຈທີ່ສົ່ງຜົນຕໍ່ການອັບເດດລະບົບປະຕິບັດການມືຖືໃຫ້ມີຄວາມສະຖຽນນັ້ນກໍຄືການເຊື່ອມຕໍ່ກັບລາຍການ ໂດຍສະເພາະ iPhone ຈະບໍ່ຍອມໃຫ້ຜູ້ໃຊ້ອັບເດດຫາກບໍ່ມີການເຊື່ອມຕໍ່ກັບ Wi-Fi ເຊິ່ງຂໍ້ດີກໍ່ຄື ຊ່ວຍຫຼຸດຄ່າໃຊ້ຈ່າຍຈາກການເຊື່ອມຕໍ່ຜ່ານເຄືອຂ່າຍມືຖື ແລະ ໄດ້ຄວາມສະຖຽນກວ່າ.
ກົດຕັ້ງຄ່າໂຮງງານ ຫາກເປັນການອັບເດດເພື່ອປ່ຽນລະບົບໃໝ່
ສຸດທ້າຍຫາກເປັນການອັບເດດປະເພດປ່ຽນລະບົບປະຕິບັດການເຊັ່ນ: ອັບເດດຈາກ Android 6.0 ເປັນ Android 7.0 ເປັນຕົ້ນ ຄວນຈະມີການຄືນຄ່າໂຮງງານ (Factory reset) ທຸກຄັ້ງ ເພາະຄ່າບາງຢ່າງທີ່ເຄື່ອງມີຢູ່ອາດຈະເຮັດເຄື່ອງນັ້ນອືດ ແລະ ບໍ່ສາມາດໃຊ້ງານໄດ້.
ຂໍຂອບໃຈ
ຂໍ້ມູນ : Sanook! Hitech