ຕຳຫຼວດໄທຈັບຜູ້ຄ້າມືຖື OPPO ປອມ ເຕືອນຜູ້ໃຊ້ກວດສອບໃຫ້ດີກ່ອນຊື້

ມື້ນີ້ຕຳຫຼວດໄທໄດ້ເຂົ້າຍຶດມືຖື OPPO F1s ປອມຈຳນວນ 102 ໜ່ວຍທີ່ວາງຈຳໜ່າຍຜ່ານ Facebook ທີ່ມີຊື່ວ່າ "Android ถูกสุดๆในประเทศ" ໃນລາຄາພຽງແຕ່ 2,000-3,000 ບາດ ລວມມູນຄ່າເສຍຫາຍກວ່າ 1 ລ້ານບາດ.
ທາງ OPPO ປະເທດໄທໄດ້ແຈ້ງຄວາມວ່າຖືກປອມສິນຄ້າສະມາດໂຟນຈຳນວນຫຼາຍແລ້ວນຳໄປຈຳໜ່າຍຜ່ານເວັບໄຊ. ທາງ OPPO ກ່າວວ່າມີລູກຄ້າໄດ້ນຳເອົາມືຖື OPPO ປອມມາສ້ອມແປງ ພ້ອມທັງມີການຮ້ອງຮຽນສິນຄ້າ ແຕ່ເມືອກວດສອບແລ້ວເລີຍຮູ້ວ່່າເປັນມືຖືທີ່ OPPO ບໍ່ໄດ້ຜະລິດ ແລະ ຮູ້ວ່າມີມືຖືປອມຢູ່ໃນຕະຫຼາດ.
ທາງດ້ານຕຳຫຼວດໄດ້ທຳການສືບສວນແລະພົບວ່າ Facebook ທີ່ມີຊື່ວ່າ "Android ถูกสุดๆในประเทศ" ທີ່ມີຄົນຕິດຕາມກວ່າ 5 ແສນຄົນ ວາງຂາຍມືຖືປອມໃນລາຄາ 2,000-3,000 ບາດ ໂດຍຍຶດໄດ້ຈຳນວນ 102 ໜ່ວຍ ໃນເຮືອນພັກຍ່ານທົນບຸຣີ, ບາງກອກ. ຫຼັງຈາກນີ້ຈະກວດສອບຫຼັກຖານວ່າມີທີ່ມາຈາກໃສ.
OPPO ອອກມາເຕືອນວ່າຖ້າຈະຊື້ສິນຄ້າຈາກ OPPO ກໍໃຫ້ທຳການກວດສອບໃຫ້ດີກ່ອນ ໂດຍເບື້ອງຕົ້ນສາມາດກວດສອບໄດ້ໂດຍການກົດ *#06# ແລ້ວຈະມີລະຫັດປະກົດຂຶ້ນມາ. ແນວໃດກໍຕາມນອກຈາກສິນຄ້າຂອງ OPPO ແລ້ວຍັງພົບວ່າFacebook ດັ່ງກ່າວໄດ້ວາງຂາຍມືຖືຍີ່ຫໍ້ Samsung ແລະ iPhone ປອມນຳອີກ.
ແນວໃດກໍຕາມ ກ່ອນທີ່ຈະເລືອກຊື້ມືຖືຄວນກວດສອບໃຫ້ດີກ່ອນຊື້ ແລະ ເລືອກຊື້ຈາກຕົວແທນຈຳໜ່າຍທີ່ໄດ້ຮັບການຮັບຮອງເທົ່ານັ້ນ ເພາະການໃຊ້ມືຖືປອມທີ່ບໍ່ໄດ້ຄຸນນະພາບອາດສ່ຽງຕໍ່ການຖືກລັກຂໍ້ມູນ, ໄຟຮົ່ວ, ໄຟຊັອດ ແລະ ອາດລະເບີດໄດ້.
ຂໍຂອບໃຈ
ຂໍ້ມູນ : Thairath